ຄຽງຄູ່ກັບເພງ “ຂ້ອຍຮັກເຈົ້າ ປະເທດຈີນ”, ດອກໄມ້ໄຟຂະໜາດໃຫຍ່70 ຊຸດທີ່ຍິງຂຶ້ນທ້ອງຟ້າສູງ 300 ແມັດໄດ້ສະຫວ່າງສະໄຫວທົ່ວທ້ອງຟ້າ, ເຊິ່ງເປັນການເລີ່ມຕົ້ນຂອງງານສະແດງ. ຫຼັງຈາກນັ້ນ, ຕົວເລກ 70 ທີ່ປະກອບຂື້ນດ້ວຍແສງຂອງດອກໄມ້ໄຟສີເຫຼືອງດັ່ງຄຳ, ດອກໄມ້ໄຟທີ່ເປັນຮູບກະຕ່າດອກໄມ້ຂະໜາດໃຫຍ່, ແລະ ຕົ້ນໄມ້ດອກໄມ້ໄຟ 7ຕົ້ນທີ່ສູງ 25 ແມັດ ໄດ້ຮຸ່ງແຈ້ງຂຶ້ນຕາມໆກັນຢ່າງສະຫວ່າງສະໄຫວທ່າມກາງທ້ອງຟ້າໃນຍາມຄ່ຳຄືນ.
ຄຳເຫັນ
0