莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ພັນ​ລະ​ຍາ​ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ບັນ​ດາ​ແຂກ​ຜູ້​ມີ​ກຽດ​ຂອງ​​ປະ​ເທດ​ຕ່າງໆທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2

2019-11-05 09:33:52 CRI

图片默认标题_fororder_1125192025_15728831027791n

 

ຕອນ​ຄ່ຳ​ວັນ​ທີ 4 ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ທ່ານ​ຄື​ທ່ານ​ນາງ​ເຜິງ​ລີ້ຢວນ ໄດ້​ຈັດ​ງານ​ລ້ຽງ​ຢູ່​ໂຮງ​ແຮມ​ສັນ​ຕິ​ພາບ​ຊຽງ​ໄຮ ເພື່ອ​ຕ້ອນ​ຮັບ​ບັນ​ດາ​ແຂກ​ຜູ້​ມີ​ກຽດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຄຳ​ປາ​ໃ​ສ​ໃນ​ງານ​ລ້ຽງ​ວ່າ: ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​ດຶງ​ດູດ​ບັນ​ດາ​ປະ​ເທດ​ແລະ​ວິ​ສາ​ຫະ​ກິດ​ໃນ​ໂລກ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ​ແລະ​ວ່ອງ​ໄວ ​ພາຍ​ໃນໄລ​ຍະ​ເວ​ລາ​ອັນ​ສັ້ນ​ແລະ​ຈາກບໍ່​ມີ​ຫາ​ມີ, ໄດ້​ກາຍ​ເປັນ​ການ​ລິ​ເລີ່ມ​ທີ່​ສຳ​ຄັນ​ອັນ​ໜຶ່ງ​ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ດ້ານ​ການ​ຄ້າ​ຂອງ​ໂລກ, ແລະ​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ອີກ​ແຫ່ງ​ໜຶ່ງ​ໃນ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຍຸກ​ໃໝ່. ຈີນ​ຈັດ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ, ເປີດກວ້າງ​ການ​ນຳ​ເຂົ້າ​ຢ່າງ​ເປັນ​ເຈົ້າ​ການ, ແມ່ນ​ການ​ປະ​ພຶດ​ທີ່​ສຳ​ຄັນ​​ໂດຍ​ເລັ່ງ​ໃສ່​​ການ​ຊຸກຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ​ຮອບ​ໃໝ່, ລົງ​ເລິກ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ແລະ​ພ້ອມ​ກັນ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ. ໃນ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ, ສິ່ງ​ທີ່​ນຳ​ເຂົ້າ​ແມ່ນ​ສິນ​ຄ້າ​ແລະ​ການ​ບໍ​ລິ​ການ, ສ່ວນ​ການ​ແລກ​ປ່ຽນກັນ​ນັ້ນ​ແມ່ນ​ວັດ​ທະ​ນະ​ທຳ​ແລະ​ແນວ​ຄວາມ​ຄຶດ, ການ​ທີ່​ຕ້ອນ​ຮັບ​ແມ່ນ​ແຂກໃນ 5 ທະ​ວີບ, ເປົ້າ​ໝາຍ​ກໍ່​ເພື່ອ​ຢາກ​ໃຫ້​ທົ່ວ​ໂລກ​ໄດ້​ຮັບ​ຜົນ​​ປະ​ໂຫຍດ​ຮ່ວມກັນ, ​ທັງສອດ​ຄ່ອງ​​ກັບ​ຄວາມ​ປາ​ຖະ​ໜາຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກ​ທີ່​ຢາກ​ມີ​ຊີ​ວິດ​ອັນ​ດີ​ງາມ​.

ຄຳ​ເຫັນ

0