赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະຄອນຊຽງໄຮ້ ສປ ຈີນ ມອບອຸປະກອນການແພດໃຫ້ແກ່ນະຄອນຫຼວງວຽງຈັນ

2020-04-22 13:09:49 cri

图片默认标题_fororder_1

 

ວັນທີ 21 ເມສານີ້ ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບອຸປະກອນການແພດ ຈາກອົງການປົກຄອງນະຄອນຊຽງໄຮ້ ສປ ຈີນ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອຕ້ານພະຍາດປອດອັກເສບຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19). ຕາງໜ້າຝ່າຍຈີນ ມອບໂດຍທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະຮັບໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນ ຫຼວງວຽງຈັນ.

ເຄື່ອງຊ່ວຍເຫຼືອທີ່ມອບ-ຮັບໃນຄັ້ງນີ້ລວມມີ: ຜ້າປິດປາກທົ່ວໄປ ຈຳນວນ 30.000 ອັນ, ຜ້າປິດປາກ N95 ຈຳນວນ 3.000 ອັນ, ຊຸດປ້ອງກັນຕົວເອງ ຈຳນວນ 400 ຊຸດ ລວມມູນຄ່າທັງໝົດ ຫຼາຍກວ່າ 13.500 ໂດລາ.

ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຂອບອົກຂອບໃຈ ພັກ, ລັດຖະບານ ແລະປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ນະຄອນຫຼວງວຽງຈັນ ເພື່ອຕ້ານພະຍາດໂຄວິດ-19 ໃນຄັ້ງນີ້ ແລະທ່ານຍັງໄດ້ຝາກຄວາມຂອບໃຈຜ່ານທ່ານ ເອກອັກຄະລັດຖະທູດ ໄປຍັງອົງການ ປົກຄອງນະຄອນຊຽງໄຮ້ ອີກດ້ວຍ.

ທ່ານ ສິນລະວົງ ຄຸດໄພທູນ ກ່າວຕື່ມວ່າ, ພາຍໃຕ້ການຊີ້ນໍາ-ນໍາພາທີ່ເຂັ້ມແຂງຂອງ ພັກກອມມູນິດຈີນທີ່ມີ ສະຫາຍ ສິຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນແລ້ວ, ຈີນໄດ້ຄວບ ຄຸມການແຜ່ລະບາດຂອງພະຍາດພາຍໃນປະເທດ, ພ້ອມດຽວກັນນີ້ ຍັງໄດ້ແບ່ງປັນປະສົບການໃຫ້ກັບ ປະເທດຕ່າງໆໃນໂລກ ເຊິ່ງເປັນແບບຢ່າງໃນການຮັບມືກັບພະຍາດດັ່ງກ່າວ. ນອກນີ້ ຍັງໄດ້ສ່ອງແສງ ໃຫ້ເຫັນເຖິງທ່າແຮງຂອງລະບອບສັງຄົມນິຍົມ ກໍ່ຄືນໍ້າໃຈຄູ່ຮ່ວມຊາຕາກໍາຂອງມວນມະນຸດນໍາອີກ ເຊິ່ງພັກ-ລັດຖະ ບານລາວ ຂໍສະແດງຄວາມຊົມເຊີຍເປັນຢ່າງສູງ. ການຊ່ວຍເຫຼືອຄັ້ງນີ້ ຈະໄດ້ຍົກສູງ ຄວາມສາມາດໃນການປ້ອງກັນ ແລະຄວບຄຸມພະຍາດຂອງລາວພວກເຮົາ ເຊິ່ງອົງການປົກຄອງນະຄອນ ຫຼວງວຽງຈັນ ຈະໄດ້ນໍາໃຊ້ອຸປະກອນເຫຼົ່ານີ້ ຢ່າງມີປະສິດທິຜົນ ເພື່ອແກ້ໄຂ ແລະຄວບຄຸມພະຍາດ ໂຄວິດ-19 ໃນນະຄອນ ຫຼວງວຽງຈັນ.
 

ຄຳ​ເຫັນ

0