黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບ​ຄວາມ​ເປັນຈິງ​ຢູ່​ເຂດ​ຊິນ​ຈ່ຽງ​ເປັນແນວໃດ? ຄວນ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ທີ່​ເຄີຍ​ໄປ​.

2022-01-09 19:54:10 cri

ສະ​ພາບ​ຄວາມ​ເປັນຈິງ​ຢູ່​ເຂດ​ຊິນ​ຈ່ຽງ​ເປັນແນວໃດ? ຄວນ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ທີ່​ເຄີຍ​ໄປ​._fororder_1111

ວັນ​ທີ 31 ທັນ​ວາ​ປີ 2021, ບໍ​ລິ​ສັດ Tesla ຂອງ​ອາ​ເມ​ຣິ​ກາ​ໄດ້ເປີດ​ເຜີຍ​ວ່າ: ສູນ Tesla ອູ​ລູ​ມຊີ ​ເຊິ່ງ​ເປັນສູນຈຳໜ່າຍແລະບໍລິການ​ລົດ​ໄຟ​ຟ້າ Tesla ແຫ່ງ​ທຳ​ອິດ​​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ເກີ​ຊິນ​ຈ່ຽງຈີນ​ໄດ້ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການແລ້ວ. ພະ​ນັກ​ງານ​​ຂອງ​ບໍ​ລິ​ສັດ Tesla ໃນເຂດຕາເວັນຕົກຂອງຈີນ ກ່າ​ວ​ວ່າ: “ເຂດ​ປົກ​ຄອງ​ຕົນ​ເອງ​ຊິນ​ຈ່ຽງ​ປະເທດ​ຈີນ​ແມ່ນແດນ​ສະ​ຫວັນ​ໃນ​ການ​ຂັບ​ລົດທ່ຽວ​ດ້ວຍ​ຕົນ​ເອງ, ມີ​ເຈົ້າ​ຂອງ​ລົດຍິນ​ດີ​ຂັບ​ລົດ​ໄປ​ທ່ຽວ​ເຂດ​ຊິ​ນ​ຈ່ຽງ​ນັບ​ມື້​ນັບ​ຫຼາ​ຍ​ຂຶ້ນ, ຈຶ່ງ​ໄດ້​ເຮັດ​ໃຫ້​ເຂດ​ຊິນ​ຈ່ຽງ​ເກີດມີ​ຄວາມ​ຕ້ອງ​ການ​ໃນ​ການ​​ຊື້​ລົດ​ ແລະ​ ການບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ, ນອກຈາກ​ນັ້ນ, ​ເຄືອ​ຂ່າຍ​ປ້ຳສາກ​ໄຟ​ຟ້າ​ຢູ່​ເຂ​ດ​ຊິນ​ຈ່ຽງກໍ່​ພັດ​ທະ​ນາ​ໄດ້​ດີຫລາຍ, ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ຕັດສິນໃຈສ້າງ​ສູນ Tesla ຢູ່​ນະ​ຄອນ​ອູ​ລູ​ມຊີ.”

ແຕ່​ວ່າ, ການ​ເປີດ​ສູນ​ດັ່ງ​ກ່າ​ວຂອງບໍລິສັດ Tesla ​ຜັດ​ຖືກກ່າວໂຈມ​ຕີ​ຈາກ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ ເຊັ່ນ: ທ່ານມາ​ໂຄຼ ຣຸ​ບີ​ໂອ, ສະ​ມາ​ຊິກ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ໄດ້​ສະ​ແດງ​ທ່າທີ “ໃຈ​ຮ້າຍ” ​ຢູ່​ສື່​ສັງ​ຄົມ​ອອນ​ລາຍ Twitter. ທ່ານ​ນາງ ເຈນ ພະຊາກີ ໂຄ​ສົກ​ທຳ​ນຽບ​ຂາວ​ກໍ​ໄດ້​ເຕືອນ​ບໍ​ລິ​ສັດ Tesla ວ່າ: “ຈະ​ຜະ​ເຊີນ​ກັບ​ຄວາມ​ສ່ຽງສູງ​ດ້ານ​ກົດ​ໝາຍ, ຊື່​ສຽງ ​ແລະ ຈຳນວນ​ລູກ​ຄ້າ​ຫຼຸດ​ລົງ.” ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ບາງ​ຄົນ​ຢາກ​ສະ​ກັດ​ກັ້ນ​ທຸລະກິດການ​​ຄ້າ​ລະ​ຫວ່າງ​ບໍ​ລິ​ສັດ​ອາ​ເມ​ຣິ​ກາ​ກັບ​ເຂດ​ຊິນ​ຈ່ຽງ​ປະເທດ​ຈີນ. ແຕ່​ວ່າ​ການ​ກະ​ທຳ​ຂອງ​ບໍ​ລິ​ສັດ Tesla ໄດ້​ເຮັດ​ໃຫ້​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ເຫຼົ່າ​ນີ້​ເສຍ​ໜ້າ​ທີ່ສຸດ.

ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ເຂດ​ຊິນ​ຈ່ຽງ​ເປັນ​ແນວ​ໃດ? ຄົນ​ຕ່າງ​ປະ​ເທດ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ​ທີ່​ເຄີຍ​ໄປ​ເຂ​ດ​ຊິນ​ຈ່ຽງ​ປະເທດຈີນ​ກໍ່ໄດ້​ໃຫ້​ຄຳ​ຕອບ​​ທີ່​ແທ້​ຈິງ​ຈາກປະສົບການຂອງ​ຕົນ.

 

ກ່ອນ​ໜ້າ​ນີ້ 30 ກວ່າປີ, ສະ​ຖາ​ນີ​ໂທ​ລະ​ພາບ​ຍີ່​ປຸ່ນ​ເຄີຍ​ໄດ້​ເຮັດ​ຟິມ​ສາ​ລະ​ຄະ​ດີ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ເສັ້ນ​ທາງ​ສາຍ​ໄໝ, ເຊິ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​ຈາກ​ປະ​ຊາ​ຊົນ​ຍີ່​ປຸ່ນ. ໃນ​ທ້າຍ​ປີ 2021, ສະ​ຖານ​ກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳໂອ​ຊາ​ກາ​ປະເທດ​ຍີ່​ປຸ່ນ​ກໍ່ໄດ້​ຈັດກິດຈະກຳໄປ​ທ່ຽວ​ເຂດ​ຊິນ​ຈ່ຽງ​​ພາຍ​ຫຼັງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ສິ້ນ​ສຸດ​ລົງ, ບໍ່​ຮອດ​ໜຶ່ງ​ເດືອນ, ​ກໍ​ມີ​ປະ​ຊາ​ຊົນ​ຍີ່​ປຸ່ນ 1.028 ຄົນ​ສະ​ເໜີ​ຊື່​ເຂົ້າ​ຮ່ວມກິດຈະກຳດັ່ງກ່າວ.

ທ້າວຣັ​ສ ກາ​ໂລ ​ຊາວໜຸ່ມ​ອິ​ສ​ຣາ​ແອນ ເປັນຄົນດັງໃນ​ເນັດ​ທີ່​ມີ​ແຟນ​ຫຼາຍກວ່າ 30 ລ້ານ​ຄົນ, ປີ 2021, ລາວໄດ້​ເ​ດີນ​ທາງ​ໄປ​ທ່ຽວ​ເຂດ​ຊິນ​ຈ່ຽງ​ ແລະ​ໄດ້​ຮູ້​ຈັກ​ກັບຊາວກະ​ສິ​ກອນ​ຊິນ​ຈ່ຽງ​ທີ່​ປູກຝ້າ​ຍ​ຜູ້​ໜຶ່ງ. ໂດຍ​ຜ່ານ​ການ​ນຳ​ໃຊ້​ເຕັກ​ນິກ​ປູກ​ຝ້າຍ​ແບບ​ອັດ​ຕະ​ໂນ​ມັດ​ທັງ​ໝົດ, ຊາວ​ກະ​ສິ​ກອນ​​ຄົນ​ນີ້​ໄດ້ປູກ​ຝ້າຍ​ປີ​ລະ​ເທື່ອ, ສາມາດສ້າງລາຍ​ຮັບໄດ້​ປະ​ມ​ານ 7 ແສນ​ຫາ 8 ແສນຢວນ​ຕໍ່​ປີ. ທ້າວ​ຣັ​ສ ກາ​ໂລ ເຫັນ​ວ່າ: ປະ​ຊາ​ຊົນ​ເຂດ​ຊິນ​ຈ່ຽງ​ຈຶ່ງ​ແມ່ນຜູ້ມີ​ສິດ​ປະ​ກອບ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ.

ປີ 2020, ເຂດ​ຊິນ​ຈ່ຽງ​ໄດ້ຕ້ອ​ນ​ຮັບ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າ 158 ລ້ານ​ເທື່ອ​ຄົນ, ພວກເຂົາເຈົ້າໄດ້​ເຫັນ​ກັບຕາກ່ຽວກັບການ​ພັດ​ທະ​ນາ​ຢູ່​ເຂດ​ຊິນ​ຈ່ຽງ, ແລະ​ໄດ້​ບັນ​ທຶກ​ຄວາມ​ຈິງ​ຕ່າງໆ​ຢູ່​ເຂດ​ຊິນ​ຈ່ຽງ​ດ້ວຍ​ກ້ອງ​ຖ່າຍ​ຮູບຂອງຕົນ.

ສ່ວນ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ທີ່​ນັ່ງ​ເສີຍໆ​ຢູ່ເທິງເກົ້າອີ້ໂຍກເຫຼົ່ານັ້ນ, ເຂົາເຈົ້າບໍ່​ເຄີຍ​ໄດ້​ໄປ​ເຂດຊິນ​ຈ່ຽງຈັກເທື່ອ, ແຕ່ພັດມັກເສກສັນປັ້ນແຕ່ງດ້ວຍ​ເລ່​ຫຼ່ຽມ​ແບບນັກ​ການ​ເມືອງ​ອາ​ເມ​ຣິ​ກາ,​ ເຊິ່ງເປັນພຽງ​ແຕ່ຫຼວກລວງຕົວເອງ ແລະກໍຫຼອກລວງຄົນອື່ນເທົ່ານັ້ນ. ສະ​ພາບ​ຄວາມ​ເປັນຈິງ​ຢູ່​ເຂດ​ຊິນ​ຈ່ຽງ​ເປັນແນວໃດ? ຄວນ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ຜູ້​ທີ່​ເຄີຍ​ໄປຈະດີກວ່າ.​

ຄຳ​ເຫັນ

0