黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທຳ​ນຽບ​ຂາວ​ກ່າວ​ວ່າວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ, ທ່ານ​ເຊື່ອ​ບໍ່?

2022-01-13 16:40:18 cri

ທຳ​ນຽບ​ຂາວ​ກ່າວ​ວ່າວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ, ທ່ານ​ເຊື່ອ​ບໍ່?_fororder_63616409ee9e45019e3c2530f9fa6fd8

ຕົວ​ເລກສະຖິຕິ​ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ຈອນ​ສ໌​ຮອບ​ກິນ​ສ໌​ຂອງ​ອາ​ເມ​ຣິ​ກາ​​ເປີດ​ເຜີຍ​ໃນ​ວັນ​ທີ 11 ມັງ​ກອນ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຈຳ​ນວ​ນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້ເພີ່ມ​ຂຶ້ນ​ຫຼາຍກວ່າ 1,4 ລ້ນາກໍລະນີ, ໄດ້ສ້າ​ງ​ສະ​ຖິ​ຕິ​ສູງ​ສຸດ​ຂອງ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ອີກ​ເທື່ອ​ໜຶ່ງ​ນັບ​ແຕ່​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ. ນອກ​ນັ້ນ, ນັບ​ມາ​ຮອດ​ເວ​ລາ 17 ໂມງ​ຂອງວັນ​ທີ 11 ມັງກອນ​ນີ້, ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ມີທັງໝົດຫຼາຍກວ່າ 62 ລ້ານ​ຄົນ, ຈຳ​ນວນ​ຄົນນອນ​ໂຮງ​ໝໍ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ມີ​ເຖິງ 147 ພັນຄົນ, ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ອີກ​ຄັ້ງ​ໜຶ່ງ​ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດມີ​ຫຼາຍກວ່າ 840 ພັນ​ຄົນ.

ແຕ່​ວ່າ, ເມື່ອທຽບກັບສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ສິ່ງ​ທີ່​ຄົນ​ອາ​ເມ​ຣິ​ກາ​ເປັນ​ຫ່ວງ​ຫຼາຍກວ່າ​ກໍ່ແມ່ນ​ບັນ​ຫາ​ເສດ​ຖະ​ກິດ. ຂ່າວ​ສານ​ອາ​ເປ​ຫຼື AP ລາຍ​ງານ​ໃນ​ວັນ​ທີ 10 ມັງ​ກອນ​ນີ້​ວ່າ: ສູນ​ຄົ້ນ​ຄວ້າ​ວຽກ​ງານ​ສາ​ທາ​ລະ​ນະ​ທີ່​ຂ່າວ​ສານ AP ແລະ​ສູນ​ຄົ້ນ​ຄວ້າຄວາມເຫັນຂອງປະຊາຊົນຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິ​ຄາ​ໂກ​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ​ໄດ້​ຢັ່ງຫາງສຽງປະຊາຊົນໃນ​ເດືອນ​ທັນ​ວາ​ປີ 2021, ຜົນ​ການ​ຢັ່ງຫາງສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ມີພຽງແຕ່ 37% ທີ່ເຫັນວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ໜຶ່ງ​ໃນ​ວຽກ​ງານບູ​ລິ​ມະ​ສິດ 5 ຢ່າງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ປີ 2022. ໃນ​ທາງ​ກົງ​ກັນ​ຂ້າມ, ຜູ້ເຂົ້າຮ່ວມຢັ່ງຫາງສຽງ​ມີ 68% ເຫັນ​ວ່າ​ຄວນ​ຖືເອົາວຽກງານ​ເສດ​ຖະ​ກິດ​ເປັນ​ໜຶ່ງ​ໃນ 5 ວຽກງານ​ສຳ​ຄັນ​ທີ່​ຄວນເອົາໃຈໃສ່​ຫຼາຍ​ທີ່​ສຸດ. ແຕ່​ຜູ້​ເຂົ້າຮ່ວມຢັ່ງຫາງສຽງ​ຫຼາຍ​ຄົນ​ກໍ​ກ່າວ​ວ່າ: ເຖິງວ່າ​ຕົນ​ເອງ​ເປັນ​ຫ່ວງ​ບັນ​ຫາ​ເສດ​ຖະ​ກິດ​ຫຼາຍ​ກວ່າ, ແຕ່​ເລື່ອງ​ນີ້​ບໍ່​ໄດ້​ປ່ຽນ​ແປງ​ຄວາມ​ເຫັນ​ຂອງ​ຕົນທີ່ມີຕໍ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19.

ຂ່າວ​ສານ AP ກ່າວ​ວ່າ: ນັບ​ມາ​ຮອດ​ເດືອນ​ພະ​ຈິກ​ປີ 2021, ດັດສະນີລາຄາຜູ້​ບໍ​ລິ​ໂພກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 6,8%, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ໄລ​ຍະ 39 ປີ​ຜ່ານ​ມາ. ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທີ່ພັກດີໂມເກຼັດ​ອາ​ເມ​ຣິ​ກາ​ຜະ​ເຊີນ​ໃນ​ເວລາຫາສຽງ​ເລືອກ​ຕັ້ງ. ພັກດີໂມເກຼັດໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ໄດ້ສິດ​ຄວບ​ຄຸມ​ລັດ​ຖະ​ສະ​ພາ​ເມື່ອ​ປີ 2020, ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້ດີກວ່າ​ລັດ​ຖະ​ບານ​ທ​ຣຳ. ແຕ່​ວ່າ​ພະ​ຍາດ​ໂຄ​ວິດ-19 ພັດໄດ້​ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ກວ່າເກົ່າເຊິ່ງໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະ​ບານ​ໂຈ ໄບເດັນໄດ້ຜິດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ.

ເຖິງຢ່າງໃດກໍຕາມ, ຄວາມ​ເຫັນ​ຂອງ​ທຳ​ນຽບ​ຂາວ​ພັດມີຄວາມ​ແຕກ​ຕ່າງ​ກັນ​ກັບ​ຄວາມ​ເຫັນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ. ຫວ່າງ​ມໍ່ໆ​ມາ​ນີ້, ທຳ​ນຽບ​ຂາວ​ກ່າວ​ວ່າ: ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ​ຕ່ຳລົງຕໍ່​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ລັດ​ຖະ​ບານ​ຕົນໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ການ​ສະ​ແດງ​ທ່າ​ທີ​ແບບ​ນີ້​ສົ່ງ​ຜົນ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຮູ້​ສຶກ​ແປກ​ໃຈ​ທີ່​ສຸດ.​ຈຳ​ນວ​ນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມໃໝ່ຕໍ່ມື້ໄດ້ສ້າ​ງ​ສະ​ຖິ​ຕິ​ສູງ​ສຸດ​, ຈຳ​ນວນ​ຄົນ​ນອນ​ໂຮງ​ໝໍ​ຍ້ອນ​ເປັນພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ລ້ວນ​ແຕ່​ເປັນ​ອັນ​ດັບ​ໜຶ່ງຂອງ​ໂລກ, ຖ້າ​ວ່າ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແບບ​ນີ້ຖືວ່າເປັນຄວາມສຳເລັດຂອງອາເມຣິກາ, ຄັນຊັ້ນໃນ​ໂລກ​ນີ້ກໍ​ບໍ່​ມີ​ປະ​ເທດໃດປະລາໄຊ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລ້ວ.

ຫາກ​ທົບ​ຄວນ​ຄືນການຈັດອັນດັບໃນ​ປີ​ຜ່ານ​ມາ, ຂ່າວ​ສານບ​ລຸມ​ເບີກ​ຂອງ​ອາ​ເມ​ຣິ​ກາ​ໄດ້​ຈັດອັນດັບອັນ​ທີ່​ເອີ້ນ​ວ່າ: “​ອັນ​ດັບ​ປະ​ເທດທີ່ປະສົບຜົນສຳເລັດ​ໃນ​ການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”, ເພື່ອ​ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຢູ່​ໃນອັນ​ດັບ​ໜຶ່ງ, ຂ່າ​ວ​ສານບ​ລຸມ​ເບີກ​ໄດ້​ເບິ່ງຂ້າມ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ຄື: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິເປັນພະຍາດ​ແລະ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ແລະ​ອື່ນໆ, ຄັນຊັ້ນພວກເຮົາກໍ​ເຂົ້າ​ໃຈ​ໄດ້ງ່າຍໆ​ວ່າ, ເປັນ​ຫຍັງ​ພະ​ຍາດ​ໂຄວິດ-19 ໄດ້ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​ຢ່າງໜັກ​ໜ່ວງ​ປານ​ນີ້ແລ້ວ, ແຕ່​ທຳ​ນຽບ​ຂາວພັດຍັງຕີລາຄາຕົນເອງວ່າ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ທ່ານເຊື່ອບໍ່ວ່ານີ້ຄືຜົນສຳເລັດ.

ຄົນ​ຈີນ​ມັກ​ເວົ້າ​ວ່າ: “ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ມີຊິງຊັ່ງຄັນ​ໜຶ່ງ”, “ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ແມ່ນ​ໃສແຈ້ງ​ທີ່​ສຸດ”. ການ​ສະ​ແດງ​ທ່າ​ທີ​ຂອງ​ທຳ​ນຽບ​ຂາວ​ໄດ້ປີ້ນ​ດຳ​ເປັນ​ຂາວ, ພວກ​ເຮົາ​ເລີຍຖືເອົາຄວາມເວົ້າຂອງອາເມຣິກາ​ແບບ​ນີ້​ເປັນຄຳເວົ້າຫຼິ້ນໆ​ກໍ​ໄດ້​ແລ້ວ. ບໍ່ແມ່ນຂອງແທ້ດອກ!

 

 

ຄຳ​ເຫັນ

0