ການ​ອ່ານ​ປື້​ມ

(GMT+08:00) 2009-11-19 11:20:00     cri

ວັນນີ:ສະບາຍດີ​ທ່ານ​ຜູ່​ຟັງ​ທີ່ຮັກ​ແພງ,ລາຍການ​ຫ້ອງ​ດົນຕີ 93 ​ໄດ້​ມາ​ພົບ​ກັບ​ທ່ານ​ອີກ​ແລ້ວ​ຕາມ​ນັດ.
ຫນຸ່ມ​ໃຫຍ່:​ແຕ່​ລະ​ມື້,ຫນຸ່ມ​ໃຫຍ່​ອາລົມ​ດີ​ກັບ​ວັນນີ​ກໍ່​​ລໍຄອຍ​ທ່ານ​ຢູ່​ແຫ່ງ​ນີ້ fm 93mhz ,​ເພື່ອ​ເປີດ​ເພງ​ມ່ວນໆ​ແລະ​ລົມ​ເລື່ອງ​ລາວ​ຕ່າງໆທີ່​ເປັນ​ປະ​ໂຫຍ​ດ​ແລະຂໍ້​ຄິດ​ເລັກໆ​ນ້ອຍໆ​ສູ່​ຟັງ.

ວັນນີ:ນີ້​ຫນຸ່ມ​ໃຫຍ່,ສອງ​ສາມ​ມື້ກ່ອນ,ວັນນີ​ໄດ້​ເຫັນ​ຮູບ​ກາກ​ຕຸ້ນ​ເລື່ອງ​ຫນຶ່ງ,​​ເຂົາ​ເຈົ້າ​ແຕ້ມ​ແນວ​ນີ້​ຄື,​ຢູ່​ໃນ​ເຮືອນ​ຂອງ​ຄົນ​ຜູ່​ຫນຶ່ງ​ໄດ້​ຕັ້ງຕູ້​ໃສ່​ປື້​ມ ໃຫຍ່ໆ​ຕູ້​ຫນຶ່ງ​ເກືອບ​ມີ​ປື້​ມ​ເຕັມ,​ເຈົ້າຂອງ​ເຮືອນ​ກໍ່​ເອົາ​ໄມ້​ບັນທັດ​ມາ​ແທກ​ແລ້ວ​ບອກ​ເມຍ​ວ່າ,​ໄປ​ຊື້​ປື້​ມທີ່​ຫນາ 3 ຊັງ​ຕີ​ເມັດ​ປື້​ມຫນຶ່ງ​ມາ​ໃສ່​ໃຫ້​ມັນ​ເຕັມ​ຕູ້​ໄປ.

ຫນຸ່ມ​ໃຫຍ່:​ອ່າວ,​ເຮັດ​ແນວ​ນີ້​ບໍ່​ແມ່ນ​ຄົນ​ມັກ​ອ່ານ​ປື້​ມຕິ໋,ວັນນີ,ບໍ່​ແມ່ນ​ເຮັດ​ເພື່ອ​ອ້າງ​ຜູ່​ອື່ນ​ຊື່​ບໍ່?
ວັນນີ:​ຄື​ຊິ​ແມ່ນ​ເນາະ!ການ​ອ່ານ​ປື້​ມກໍ່​ແມ່ນ​ເລື່ອງ​ທີ່​ພວກ​ເຮົາ​ຈະ​ລົມ​ກັນ​ໃນ​ມື້​ນີ້.ກ່ອນ​ຈະ​ລົມ​ກ່ຽວ​ກັບ​ການ​ອ່ານ​ປື້​ມ,ວັນນີ​ກໍ່​ຈະ​ເປີດ​ເພງ​ທຳ​ອິດ​ຈາກ​ລາຍການ​ສູ່​ຟັງ​ກ່ອນ,ຄື​ເພງ ປື້​ມມົນ​ກົນ​
ຫນຸ່ມ​ໃຫຍ່:ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ລາຍການ​ຫ້ອງ​ດົນຕີ 93.ມື້​ນີ້ ຫນຸ່ມ​ໃຫຍ່​ກັບ​ວັນນີ​ຈະ​ລົມ​ເລື່ອງ​ກ່ຽວ​ກັບ​ການ​ອ່ານ​ປື້​ມ.

ວັນນີ:​ເວົ້າ​ເຖິງ​ການ​ອ່ານ​ປື້​ມນີ້,ວັນນີ​ມັກ​ອ່ານ​ປື້​ມ ຫລາຍ.ປື້​ມ  ນີ້​ແມ່ນ​ພິມ​ອອກ​ສຳ​ລັບ​ໃຫ້​ເດັກນ້ອຍ​ອ່ານ,​ໃຫຍ່​ຊ່ຳກັບ​ຝາ​ມືນີ້​ລະ,ມີ​ຮູບ​ແຕ້ມ,​ແລະ​ມີ​ຫນັງສື​ອະທິບາຍ​​ແບບ​ງ່າຍໆໃສ່.ວັນນີ​ມັກ​ອ່ານ​ຫລາຍ.

ຫນຸ່ມ​ໃຫຍ່:ຊັ້ນ​ວັນນີ​ຕ້ອງ​ມີ​ປື້​ມ ສຽວ​ເຢີ​ນຊູ່ ​ບໍ່​ຫນ້ອຍ​ຕິ໋ຊັ້ນ.

ວັນນີ:ອື່,​ແມ່ນ​ແລ້ວ, ຍາມ​ນ້ອຍ​ມີ​ຫລາຍ​ຢູ່,​ແຕ່​ເສຍດາຍ​ຫລາຍ​ເມື່ອ​ໄດ້​ຍ້າຍ​ເຮືອນ​ຫລາຍ​ເທື່ອ​ແລ້ວ,ສ່ວນ​ຫລາຍ​ກໍ່​ເສຍ​ໄປ.​ໃນ​ປື້​ມ  ທີ່​ວັນນີ​ມີ​ຢູ່​ນັ້ນ,ວັນນີ​ມັກ​ເລື່ອງ  ປາ​ໃນ​ເຕັ້ນຂ້າມ​ປະຕູ​ມັງກອນ​. ປື້​ມນີ້​ມີ​ຮູບ​ແຕ້ມ​ສີ​ທີ່​ມີ​ຫນ້ອຍ​ໃນ​ແຕ່​ກ່ອນ,​ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບປາ​ໃນ​ໂຕ​ນ້ອຍໆ​ໂຕ​ຫນຶ່ງ​ຢູ່​ກັບ​ແມ່​ເຖົ້າ,​ແມ່​ເຖົ້າບອກ​ປາ​ໃນ​ນ້ອຍ​ວ່າ,ຢູ່​ບ່ອນ​ທີ່​ໄກ​ແສນ​ໄກ​ນັ້ນມີ​ເຂື່ອນ​ສູງ​ແຫ່ງ​ຫນຶ່ງ, ​ເມື່ອ​ເຕັ້ນຂ້າມ​ເຂື່ອນ​ແຫ່ງ​ນີ້​ແລ້ວ​ກໍ່​ສາມາດ​ໄປ​ຮອດ​ນ້ຳ​ທີ່​​ສວຍ​ງາມ​ແລະ​ກວາງ​ຂວາງ​ກວ່າ​ບ່ອນ​ທີ່​ເຂົາ​ເຈົ້າຢ່ນີ້​ຫລາຍ​ເທົ່າູ.​ເມື່ອ​ໄດ້​ຟັງ​ຄວາມ​ແມ່​ເຖົ້າ​ແລ້ວ, ປາ​​ໃນ​ນ້ອຍໆ​ກໍ່​ຝຶກ​ແອບ​ຢ່າງ​ດຸ​ຫມັ່ນ,​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ,​ໃນ​ທີ່​ສຸດ​ກໍ່​ເຕັ້ນຂ້າມ​ເຂື່ອນ​ນ້ຳ​ສູງ​ໄດ້.​ເລື່ອງ​ນີ້​ປະ​ທັບ​ໃຈ​ວັນນີ​ຫລາຍ,ບໍ່​ວ່າ​​ແມ່ນໃນ​ເວລາ​ດຳລົງ​ຊີວິດ​ຫລື​ເຮັດ​ວຽກ​,​ເມື່ອ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​,ວັນນີ​ກໍ່​ມັກ​ຈະ​ຄິດ​ເຫັນ​ປາ​ໃນນ້ອຍໆ​ໃນ​ເລຶ່ອງນີ້,​ແລະ​ກໍ່​ຈະ​ມີ​ຄວາມ​ອົດທົນ​ແລະ​ມີ​ກຳລັງ​ໃຈ​ຂຶ້ນ​ຕື່ມ.

ຫນຸ່ມ​ໃຫຍ່:​ເຈົ້າ​ແມ່ນ​ແລ້ວ,ຫນຸ່ມ​ໃຫຍ່​ກໍ່​ຮູ້​ວ່າ​ຄົນ​ຈີນ​ມັກ​ເວົ້າວ່າ ຄ່າວ​ຈ້ວນ​ໂຢວອີ້ ​ຫມາຍ​ຄວາມ​ວ່າອ່ານ​ປື້​ມມີ​ປະ​ໂຫຍ​ດຫລາຍ.

ວັນນີ:​ເອີ,​ເບິ່ງຫນຸ່ມ​ໃຫຍ່​ແລ້ວ​ຮູ້ສຶກ​ວ່າຮູ້​ກ່ຽວ​ກັບ​ຈີນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ​​ເນາະ.

ຫນຸ່ມ​ໃຫຍ່:​ໄປ​ຢູ່​ປະ​ເທດ​ໃດ,ກໍ່​ຄວນ​ພະຍາຍາມ​​ຊອກ​ຮູ້​ປະ​ເທດ​ນັ້ນ​ໃຫ້​ຫລາຍ​ແດ່!ຫນຸ່ມ​ໃຫຍ່​ກໍ່​ຍັງ​ຮູ້​ວ່າ ​ເສີນ​ອີ້ ຫນຶ່ງ​ໃນ 10 ຈອມພົນ​ຂອງ​ຈີນ​ຍ້ອນ​​ຟາງ​ແຕ່ການ​ອ່ານປື້​ມ,ກົ້ມ​ຫນ້າ​ບໍ່​ເງີຍ​ຈັກ​ເທື່ອຈົນ​​ດຶ່ມນ້ຳ​ມຶກ​​ໂດຍ​ບໍ່​ຮູ້ສຶກ​ຕົວ​ພຸ້ນ​ຕົວະ!

ວັນນີ:​ແມ່ນ​ຫວະ,ຫນຸ່ມ​ໃຫຍ່​ເລົ່າ​ໃຫ້ສູ່​ຟັງດີໆ​ເບິ່ງ.

ຫນຸ່ມ​ໃຫຍ່:​​ເປັນ​ແນວ​ນີ້​ຄື ໃນ​ບຸນ​ໄຫວ້​ພະຈັນ​ປີ​ຫນຶ່ງ, ​ເສີນ​ອີ້​ກັບ​ແມ່​ໄປ​ຢ້າມຍາດ​ພີ່ນ້ອງ,​ຢູ່​​ເຮືອນ​ພີ່ນ້ອງ, ລາວ​ເຫັນ​ມີ​ປື້​ມທີ່​ລາວ​ຢາກ​ອ່ານ​ແຕ່​ດົນ​ແຕ່​ຊ້ຳພັດ​ບໍ່​ມີ​ເວລາ​ອ່ານ,ກໍ່​​ເລີຍ​ເອົາ​ປື້​ມມາ​ອ່ານ​ຢ່າງ​ຕັ້ງອົກ​ຕັ້ງ​ໃຈ,​ໃນ​ເວລາ​ກິນ​ເຂົ້າ,ພີ່ນ້ອງ​ກໍ່​​ເອີ້ນ​ລາວ​ຫລາຍ​ເທື່ອ,​ແຕ່​ລາວ​ຊ້ຳພັດ​ບໍ່​ໄດ້​ຍິນ​ຍ້ອນ​ຟາງອ່ານ ​ປື້​ມ.ພີ່ນ້ອງ​ກໍ່​ເລີຍ​ເອົາ​ຂະຫນົມ​ຈານ​ຫນຶ່ງ​ແລະ​ແຈ່ວ​ຈານ​ຫນຶ່ງ​ໄປ​ໄວ້​ຢູ່​ຕໍ່ຫນ້າ​ລາວ,​ໃຫ້​ລາວ​ທັງ​ອ່ານ​ປື້​ມທັງ​ກິນ​ຂະຫນົມ​ໄປ​ພ້ອມ,ຍ້ອນ​ບໍ່​ໄດ້​ສົນ​ໃຈ​ນຳ​ການ​ກິນ,​ເສີນ​ອີ້​ກໍ່​ຈັບ​ເອົາ​ຂະຫນົມ​ຈ້ຳ​ໃສ່​ນ້ຳ​ມຶກ​ທີ່​ວາງ​ໄວ້​ຢູ່​ເທິງ​ໂຕະ​ມາ​ກິນ,ຈົນ​ ແມ່​ຍ່າງ​ເຂົ້າມາຫ້ອງ​,​ຈິ່ງເຫັນ​ວ່າ​ສົບ​ຂອງລາວ​ໄດ້​​ເປັນ​ສີ​ນ້ຳ​ມຶກ​,​ເມື່ອບອກ​ລາວ​ແລ້ວ​ລາວ​ຈິ່ງ​ຮູ້​ວ່າ​ໂອ​ຕົນ​ເອງ​ຈ້ຳ​ບໍ່ຖືກ​ຖ້ວຍ​ແຈ່ວ​ແລ້ວ.

ວັນນີ:ຕະຫລອດ​ຊີວິດ​ຂອງ​ເສີນ​ອີ້,ມັກ​ອ່ານ​ປຶ້ມ​ຫລາຍ,​ເພິ່ນ​ກໍ່​ໄດ້​ຂຽນ​ບົດ​ແລະ​ແຕ່ງ​ກາບກອນ​ຢ່າງ​ຫລວງຫລາຍ,​ເປັນ​ຄົນ​ທີ່​ເກັ່ງ​ທັງ​ດ້ານ​ການ​ທະຫານ​ທັງ​ດ້ານ​ວັນນະຄະດີ.​ເອົາ​ຕໍ່​ໄປ ມາພັກ​ຜ່ອນ,ຟັງ​ເພງ  ຮັກ​ເຈົ້າ​ແທ້​ແລະ​ເພງ  ຄິ້ວ​,​ແລ້ວ​ຈິ່ງ​ລົມ​ກັນ​ຕໍ່.

ຫນຸ່ມ​ໃຫຍ່:ຂະນະ​ນີ້ ທ່ານ​ພວມ​ໃຫ້​ກຽດ​ຕິດຕາມ​ຮັບ​ຟັງ​ລາຍການ​ຫ້ອງ​ດົນຕີ 93,​ໃນ​ລາຍການ​ມື້​ນີ້ ວັນນີ​ກັບ​ຫນຸ່ມ​ໃຫຍ່​ໄດ້​ລົມ​ເລື່ອງ​ກ່ຽວ​ກັບ​ການ​ອ່ານ​ປື້​ມ.

ວັນນີ:ບໍ່​ຮູ້​ວ່າ​ຜູ່​ຟັງ​ທັງຫລາຍ​ມີ​ຄວາມ​ຮູ້ສຶກ​ຄື​ວັນນີ​ບໍ່​ວ່າ:ປື້​ມທີ່​ຢືມ​ນຳ​ຜູ່​ອື່ນ​ແລ້ວ​ຈິ່ງ​ອ່ານ​ໄດ້​ດີ​ໄດ້​​ໄວ.

ຫນຸ່ມ​ໃຫຍ່:​ເປັນ​ຫຍັງ​ວັນນີ​ຈິ່ງ​ເວົ້າ​ແນວ​ນີ້?

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ