|
||||
|
|||||||
|
||
ວັນນີ:ໂອ,ຄຳເວົ້າທີ່ວ່າປື້ມທີ່ຢືມນຳຜູ່ອື່ນຈິ່ງອ່ານໄດ້ດີນີ້,ພາສາຈີນແມ່ນ: ,ຄຳເວົ້ານີ້ອອກຈາກບົດຄວາມເລື່ອງຫນຶ່ງຂອງສະໄຫມບູຮານຈີນ,ເລື່ອງນີ້ຂຽນວ່າ:ຄົນມັກຮຽນຜູ່ຫນຶ່ງບໍ່ມີເງິນໄປຊື້ປື້ມມາອ່ານ,ມີແຕ່ຢື້ມປື້ມນຳຜູ່ອື່ນ.ຍ້ອນແມ່ນຢືມມາຈາກຜູ່ອື່ນທີ່ຕ້ອງໄດ້ສົ່ງຄືນ, ສະນັ້ນ ເວລາອ່ານກໍ່ມີຈຳກັດ,ສະນັ້ນ,ກໍ່ບັງຄັບຕົນເອງຕ້ອງຍາດເວລາອ່ານໃຫ້ແລ້ວແລະໃຫ້ເຂົ້າໃຈດີ,ເຮັດແນວນີ້ກໍ່ດີກວ່າການໄປຊື້ປື້ມມາປະໄວ້ດົນນານກໍ່ອ່ານບໍ່ຫມົດ.
ຫນຸ່ມໃຫຍ່:ໂອຟັງວັນນີເວົ້າກໍ່ມີເຫດຜົນໄດ໋ເນາະ.ເພາະວ່າປື້ມທີ່ຕົນເອງຊື້ນັ້ນ, ຕົນເອງມັກຈະຄິດວ່າປື້ມນີ້ຂອງຕົນເອງ,ອ່ານຍາມໃດກໍ່ໄດ້,ກໍ່ມັກຈະໂຈະໄວ້ດົນເຕີບກໍ່ອ່ານບໍ່ຫມົດ.ບໍ່ຄືກັບປື້ມທີ່ຢືມມານັ້ນ, ຮູ້ວ່າຕ້ອງສົ່ງຄືນກໍ່ຟ້າວອ່ານໃຫ້ມັນຈົບ.
ວັນນີ:ເບິ່ງໄປແລ້ວຄືຊິຫລາຍໆຄົນກໍ່ອາດຈະຄືກັນເນາະ.ເວົ້າແລ້ວ, ວັນນີກໍ່ຍັງມີຄວາມຊິນເຄີຍບໍ່ດີຢ່າງຫນຶ່ງຄື ອ່ານປື້ມເປັນການກ່ອມນອນ.ແຕ່ກ່ອນມັກນອນບໍ່ຫລັບ,ຈິ່ງຄິດຢາກອ່ານປື້ມ,ແຕ່ວ່າອ່ານບໍ່ຮອດສອງໃບ,ກໍ່ຫລັບແລ້ວ.
ຫນຸ່ມໃຫຍ່:ໂອ່ານແນວນີ້ຈະໄດ້ປະໂຫຍດຈາກເນືອໃນປຶ້ມຫນ້ອຍທີ່ສຸດວັນນີ,ເພາະວ່າໃຈບໍ່ໄດ້ຢູ່ກັບເໜືອໃນປຶ້ມພໍເທົ່າໃດ.ເອົາບັດນີ້ມາປ່ຽນບັນຍາກາດຟັງເພງກ່ອນແລ້ວຈິ່ງລົມກັນຕໍ່.
ວັນນີ:ເຈົ້າ,ຈະໃຫ້ຟັງເພງ ຮຽນຮູ້ແລະເພງ ຂໍ້ອ້າງ.
ວັນນີ:ຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງລາຍການຫ້ອງດົນຕີ 93 ດ້ວຍດີສະເຫມີມາ, ຕໍ່ໄປນີ້ ຫນຸ່ມໃຫຍ່ກັບວັນນີຈະເວົ້າເຖິງສະພາບການອ່ານປຶ້ມຂອງປະເທດຕ່າງໆໃນໂລກສູ່ຟັງ.
ຫນຸ່ມໃຫຍ່:ການສຳຫລວດຂອງອົງການຢູນີເຊັຟສະແດງໃຫ້ເຫັນວ່າ, ຈຳນວນຫໍສະຫມຸດແລະສຳນັກງານພິມຈຳຫນ່າຍຕໍ່ຫົວຄົນຂອງອິສລາແອນເປັນທີຫນຶ່ງໃນໂລກ.ທົ່ວປະເທດອິສລາແອນມີ 890 ຊະນິດ,ໃນນັ້ນ ຫ້າຄົນໃດກໍ່ມີຫນັງສືພິມ jelusalem post ສະບັບພາສາອັງກິດສະບັບຫນຶ່ງ.
ວັນນີ:ເດືອນທັນວາປີ 2004, ປະເທດອິສລັງທີ່ມີປະຊາກອນພຽງ 2 ແສນ 4 ຫມື່ນຄົນນັ້ນ,ສະເລ່ຍແລ້ວຄົນຜູ່ຫນຶ່ງໄດ້ຊື້ປື້ມເກືອບສອງເຫລັ້ມໃນເດືອນຫນຶ່ງ,ຖືວ່າເປັນສະຖິຕິສູງທີ່ສຸດໃນໂລກ.
ຫນຸ່ມໃຫຍ່:ຢູ່ອາເມລິກາດຽວນີ້ພວມດຳເນີນແຜນການທີ່ໃຫ້ແຕ່ລະຄົນອ່ານປື້ມປີລະ 50 ເຫລັ້ມໂດຍສະເລ່ຍ.
ວັນນີ:ຢູ່ຍີ່ປຸ່ນ,ບໍ່ພຽງແຕ່ມີຮ້ານຂາຍປື້ມແລະຂາຍປື້ມມືສອງຢ່າງຫລວງຫລາຍ,ຫໍສະຫມຸດສາທາລະນະເກືອບ 3000 ແຫ່ງແມ່ນເປີດໃຫ້ຄົນເຂົ້າໃຊ້ໂດຍບໍ່ເກັບຄ່າ.ຊາວເມືອງທີ່ຢູ່ເຂດຄຸ້ມຕ່າງໆພຽງແຕ່ຍ່າງຈັກສອງສາມນາທີກໍ່ໄປຮອດຫໍສະຫມຸດແລ້ວ.ທາງຫໍສະຫມຸດກໍ່ຮັບເອົາປື້ມທີ່ມອບຈາກວົງການຕ່າງໆຂອງສັງຄົມ, ທັງປັບປຸງປື້ມແລະວາລະສານເກົ່າ,ແລ້ວມອບໃຫ້ຜູ່ອ່ານໂດຍບໍ່ເກັບຄ່າ.
ຫນຸ່ມໃຫຍ່:ການສຳຫລວດຫລ້າສຸດສະແດງໃຫ້ເຫັນວ່າ, ບ່ອນອ່ານປື້ມ ຂອງຄົນຈີນແມ່ນຫລາຍເປັນອັນສອງໃນໂລກ.
ວັນນີ:ອື່,ວັນນີກໍ່ຊິພະຍາຍາມອ່ານປື້ມໃຫ້ຫລາຍ.ຕໍ່ໄປ ຈະໃຫ້ຟັງອີກສອງເພງ.
ວັນນີ:ສອງເພງຜ່ານໄປແລ້ວ,ຄິດວ່າຄົງຈະຖືກໃຈທ່ານບໍ່ຫລາຍກໍ່ຫນ້ອຍຕິ໋.ມື້ນີ້ ຫນຸ່ມໃຫຍ່ກັບວັນນີໄດ້ລົມເລື່ອງກ່ຽວກັບການອ່ານປື້ມ.
ຫນຸ່ມໃຫຍ່:ຜູ່ມີຊື່ສຽງຢ່າງຫລວງຫລາຍລ້ວນແຕ່ມັກອ່ານປື້ມ.ທ່ານ masksim gorky ນັກປະພັນຣັດເຊຍເຄີຍເວົ້າວ່າ: ປື້ມແມ່ນຂັ້ນໃດທີ່ໃຫ້ມະນຸດກ້າວຫນ້າ.
ວັນນີ: William Shakespeare ນັກປະພັນອັງກິດເຫັນວ່າ, ປື້ມແມ່ນທາດບຳລຸງຂອງທົ່ວໂລກ.ຖ້າຊີວິດບໍ່ມີປື້ມດກໍ່ຄືກັບບໍ່ມີແສງແດດ,ຖ້າຢູ່ໃນພອນສະຫວັນບໍ່ມີປື້ມ,ກໍ່ຄືກັບນົກບໍ່ມີປີກ.
ຫນຸ່ມໃຫຍ່:ນັກປະພັນຝຣັ່ງ daudet alphonse ຖືປື້ມເປັນຫມູ່ທີ່ດີທີ່ສຸດ.ເພິ່ນເວົ້າວ່າ,ໃນເວລາປະສົບກັບຄວາມຫຍຸ້ງຍາກຕ່າງໆນາໆ,ກໍ່ສາມາດຂໍຄວາມຊ່ວຍເຫລືອຈາກປື້ມ,ປື້ມຈະບໍ່ປະຖິ້ມເຈົ້າຈົນເທົ່າໃດໆ.
ວັນນີ:ຄຳເວົ້າຂອງຜູ່ຍິ່ງໃຫຍ່ກ່ຽວກັບປື້ມນີ້ກໍ່ຍັງມີຫລາຍຢູ່,ພວກເຮົາພຽງແຕ່ໄດ້ຄັດຈ້ອນເອົາສອງສາມຄຳອອກລາຍການ, ຖ້າວ່າໄດ້ຟັງລາຍການພວກເຮົາໃນມື້ນີ້,ແລ້ວສາມາດຊ່ວຍໃຫ້ທ່ານມັກອ່ານປື້ມຫລາຍຂຶ້ນ,ພວກເຮົາກໍ່ຈະດີໃຈນຳທີ່ສຸດ.ຫລາຍຄົນກໍ່ມັກເວົ້າວ່າການອ່ານປື້ມນີ້ເມື່ອຍສະຫມອງເມື່ອຍຕາ,ກ່ຽວກັບຄວາມເຫັນນີ້ຫນຸ່ມໃຫຍ່ຄິດວ່າແນວໃດ?
ຫນຸ່ມໃຫຍ່:ແຕ່ກໍ່ຄືກັບປື້ມຫັ້ນແຫລະ,ສຽງເພງແລະດົນຕີກໍ່ສາມາດຊ່ວຍໃຫ້ພວກເຮົາພັກຜ່ອນສະຫມອງໄດ້ດີຄືກັນ..
ວັນນີ:ສອງເພງຜ່ານໄປແມ່ນເພງ ເຈົ້າກໍ່ຢູ່ແຫ່ງນີ້ແລະເພງ ຜູ່ສາວ.ມື້ນີ້ ຫນຸ່ມໃຫຍ່ກັບວັນນີໄດ້ລົມເລື່ອງກ່ຽວກັບການອ່ານປື້ມ
ຫນຸ່ມໃຫຍ່:ບໍ່ພຽງແຕ່ແມ່ນພວກເຮົາສອງຄົນລົມກັນເທົ່ານັ້ນ, ແນ່ນອນຄິດວ່າທ່ານຜູ່ຟັງກໍ່ມີຫລາຍຄວາມຄິດຄວາມເຫັນກ່ຽວກັບເລື່ອງນີ້,ພວກເຮົາຍິນດີຕ້ອນຮັບຄຳເຫັນຂອງທ່ານເຂົ້າສູ່ລາຍການ.
ວັນນີ:ທ່ານຂໍຟັງເພງຈາກລາຍການກໍ່ໄດ້.ວິທີຕິດຕໍ່ພວກເຮົາມີຫລາຍທາງຄື ໂທລະສັບ 0086-10-68892147/2148/2192 ອີເມຣ:laocri@yahoo.com.cn ຂໍ້ຄວາມສັ້ນ 2430000
ຫນຸ່ມໃຫຍ່: ຕອນທ້າຍລາຍການມື້ນີ້ ໄປພ້ອມໆກັບສຽງເພງ ຈ້າຍຈ້ຽນ ພົບກັນໃຫມ່,ຜຸ່ດຳເນີນລາຍການທັງສອງຂໍກ່າວຄຳວ່າ: ສະບາຍດີ.

| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |