ແອັສປາຍ​ຊິງ​ໄດ້​​ເປັນ​ແຊັມ​ໂລກ​,ສ້າງ​ປະຫວັດສາດ​ຫນ້າ​ໃຫມ່

(GMT+08:00) 2010-07-12 16:31:24     cri



​ໄປ​ຄຽງ​ຄູ່​ກັບ​ສຽງ​ຫມາກ​ຫວີບສຸດ​ທ້າຍ​ຂອງ​​ເຕະບານ​​ໂລກ​ໄດ້​ດັງ​ຂຶ້ນ, ​ໂດຍ​ມີ​ກາ​ນຍິງ​ເຂົ້າປະຕູ​ໃນ​ນາທີທີ 116 ຂອງ​ການ​ແຂ່ງຂັນ, ແອັ​ສປາຍ​ໄດ້​ຊະ​ນະ​ໂຮ​ນລັງ​ 1 ປະຕູ​ຕໍ່ 0,​ນີ້ກໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ແອັ​ສປາຍ​ຊິງ​ໄດ້​ແຊັມ​ໂລກ.ການ​ແຂ່ງຂັນ​ເຕະບານ​ໂລກ​ຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ຢູ່​​ທະວີບ​ອາ​ຟຼີກາ​ຄັ້ງ​ທຳ​ອິດ​ຕັ້ງ​ແຕ່​​ເລີ່​ມມີ​ມາ​ໄດ້ 80 ປີ​ແລ້ວ, ສ່ວນ​ທິມ​ແອ​ສປາຍ​ທີ່​ເຂົ້າສູ່​ຮອບຊິງ​ຊະນະ​​ເລີດ​ເປັນ​ຄັ້ງ​ທຳ​ອິດ​ນັ້ນກໍ່​ໄດ້​ຂຽນ​ປະຫວັດສາດ​ຫນ້າໃຫມ່​ຄື:​ເປັນ​ທິມທີ 8 ທີ່​ໄດ້​ເປັນ​ແຊັມ​ໃນ​ງານ​ເຕະບານ​ໂລກ,​ແມ່ນ​ທິມຈາກ​ເອີ​ລົບ​ທິມທຳ​ອິດ​ທີ່​ໄດ້​ຄອງຊະນະ​ເລີດ​ຢູ່​ນອກທະວີບ​ເອີ​ລົບ,​ແມ່ນ​ທິມທຳ​ອິດ​ທີ່​​ເຄີຍເສຍ​ໄຊ​ໃນ​ການ​ແຂ່ງຂັນ​ຮອບ​ທຳ​ອິດ​ແຕ່​ຊິງ​ໄດ້​​ເປັນ​ແຊັມ​ໃນທີ່​ສຸດ!


ໃນ​ການ​ແຂ່ງຂັນ​ຂອງ​ຄູ່ຊິງ​ຊະນະ​ເລີດ,ຍັງ​ເກີດ​ພາບ​ທີ່​ກະ​ຕຸ້ນ​ໃຈ​ພາບ​ຫນຶ່ງ, ນັ້ນກໍ່​ຄື:ອານ​ເດັຣດສ໊ ອີ​ນີສ​ຕາ, ນັກ​​ເຕະ​ຂອງ​ແອັສ​ປາຍ​​ເມື່ອ​ຍິງ​ເຂົ້າ ປະຕູແລ້ວ,​ກໍ່​ແກ້​ເສື້ອ​ນອກ​ອອກ​ໃຫ້​ເຫັນ​ເສື້ອ​ຍືດ​ສີ​ຂາວ​ທີ່ຂຽນ​ປະ​ໂຫຍກ​ທີ່​ວ່າ:​ດານ​ເນວ ຈາ​ກີ  ກອນ​ຊາ​​ເລັສ ຢູ່​ກັບ​ພວກ​ເຮົາ​ຕະ​ຫລອດ​ໄປ.​ ດານ​​ເນວ ​ແມ່ນ​ອະ​ດີດ​ຫົວ​ຫນ້າ​ຂອງ​ທິມ​"ຄົນ​ແອສ​ປາຍ"​ (ທີມ​ໜຶ່ງ​ໃນ​ສະ​ໂມ​ສອນ​ເຕະ​ບານ​ແອສ​ປາຍ)​ທີ່​ໄດ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ຫົວ​ໃຈ​ໃນ​ເດືອນ​ສິງ​ຫາ​2009.

ທິມ​ແອ​ສປາຍ​ທີ່​ສາມັກຄີ​ກັນ​ແຫນ້ນ​ແມ່ນ​ສົມ​ເປັນ​ແຊັມ.ທ່ານ​ວີ​ເຊັນ​ເຕ ​ເດ​ວ ບົສກີ ຄູ​ຝຶກ​ທິມ​ແອັສປາຍ​ເວົ້າດ້ວຍ​ຄວາມ​ຕື່ນ​ເຕັ້ນ​ຫລັງ​ການ​ແຂ່ງຂັນ​ວ່າ:

ຄືນ​ນີ້​​​ເຮັດ​ໃຫ້​ພວກ​ເຮົາດີ​ໃຈ​ທີ່​ສຸດ.ພວກ​ເຮົາ​​ພະຍາຍາມ​ມາ​ໄດ້ 50 ວັນ​ເພື່ອ​ງານ​ເຕະບານ​ໂລກຄັ້ງ​ນີ້,ບໍ່​ໄດ້​ເກີດ​ມີ​ສະພາບທີ່​ບໍ່​ດີ​ຫຍັງ​ເລີຍ, ບໍ່​ມີ​ການ​ລາຍ​ງານ​ຂ່າວໄປ​​ໃນ​ທາງ​ລົບ,ນີ້​ເຮັດ​ໃຫ້​ຂ້າພະ​ເຈົ້າດີ​ໃຈ​ຫລາຍ.ພວກ​ເຮົາ​ບໍ່​ພຽງ​ແຕ່​​ເຄົາລົບ​ການແຂ່ງຂັນ​ທໍ່​ນັ້ນ, ຍັງ​ເຄົາລົບ​ສີສັນ​ຂອງ​ພວກ​ເຮົາ​ເອງ​ອີກ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ