ກິດ​ຈະ​ກຳ​"ສົ່ງ​ແສງ​ສະ​ຫວ່າງ​ໄປ​ລາວ"​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ

(GMT+08:00) 2011-11-25 16:03:27     cri

ຕາມ​ຂ່າວCRI:ວັນ​ທີ23​ພະຈິກ​ນີ້,ຄະນະແພດປິ່ນປົວ​ຕາຈີນ​ໃນ​ກິດຈະກຳ"ສົ່ງ​ແສງ​ສະຫວ່າງ​ໄປ​ລາວ"​ເລີ່ມ​ຢ້ຽມ​ຢາມ​ລາວ​ດ້ວຍ​ໄມຕີ​ຈິດ​ມິດ​ຕະ​ພາບ​ເປັນ​ເວ​ລາ​5​ວັນ.​ໃນ​ໄລ​ຍະ​ຢ້ຽມ​ຢາມ,​ຄະ​ນະ​ແພດ​ປົວ​ຕາ​ຈີນ​ທີ່​ມາ​ຈາກ​ໂຮງ​ໝໍ​ທົງ​ເຢິນ ປັກ​ກິ່ງ,​ຊຶ່ງ​ເປັນ​ໂຮງ​ໝໍ​ປົວ​ຕາ​ເກັ່ງ​ທີ່​ສຸດ​ຂອງ​ຈີນ​ໄດ້​ຈັດ​ກິດ​ຈະ​ກຳ​"ສົ່ງ​ແສງ​ສະ​ຫວ່າງ​ໄປ​ນະ​ຄອນ​ຫຼວງ​ວຽງ​ຈັນ​ຢ່າງ​ສຳ​ເລັດ​ຜົນ,​ໂດຍ​ໄດ້​ທຳ​ການ​ຜ່າ​ຕັດ​ໃຫ້​ຜູ່​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ຂອງ​ລາວ​ເກືອບ​ຮ້ອຍ​ຄົນ​ໂດຍ​ບໍ່​ເກັບ​ຄ່າ,​ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນ​ສົມ​ບັດ​ອັນ​ສູງ​ສົ່ງ​ແລະ​ສີ​ມື​ການ​ຜ່າ​ຕັດ​ອັນ​ຍອດ​ຢ້ຽມຂອງ​ແພດ​ຈີນ,​ແລະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ​ຝ່າຍ​ຕ່າງໆ​ຂອງ​ລາວ.

ເມື່ອ​​ທຳ​ການ​ຜ່າຕັດ​ແລ້ວ,ທ່ານ​ວາງ​ຈຸ່ນ,​ແພດ​​ທີ່​ເປັນ​ຫົວໜ້າ​ພະ​ແນກ​ຂອງ​ໂຮງໝໍທົງ​ເຢິນ​ປັກ​ກິ່ງ,​ແພດ​ຜ່າ​ຕັດ​ໃນ​ກິດ​ຈະ​ກຳ​ເທື່ອ​ນີ້​ບອກ​ນັກ​ຂ່າວ​ວ່າ:​"ອາ​ການ​ແກ່ນ​ຕາ​ຂຸ້ນ​ຂອງ​ຄົນ​ເຈັບ​ເຫຼົ່າ​ນີ້​ໜັກ​ຫຼາຍ,​ມີ​ຫຼາຍ​ຄົນ​ບໍ່​ພຽງ​ແຕ່​ແມ່ນ​ຕາ​ບອດ​ເທົ່າ​ນັ້ນ,​ຍັງ​ຕາ​ບອດ​ມາ​ໄດ້​ຫຼາຍ​ປີ​ແລ້ວ.​ເທື່ອ​ນີ້​ພວກ​ເຮົາ​ມາ​ລາວ​ກໍ່​ແມ່ນ​ເພື່ອ​ເຮັດ​ໃຫ້​ຜູ່​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ເຫຼົ່າ​ນີ້​ສາ​ມາດ​ເບິ່ງ​ເຫັນ​ໄດ້​ອີກ.​ຫລັງ​ຜ່າ​ຕັດ​ແລະ​ພັກ​ຟື້ນ​ໄລ​ຍະ​ໜຶ່ງ​ແລ້ວ,​ເຂົາ​ເຈົ້າ​ກໍ່​ຫາຍ​ຈາກ​ການ​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ແລະ​ສາ​ມາດ​ເບິ່ງ​ເຫັນ​ແຈ້ງ​ດີ.​ພວກ​ເຮົາ​ໄດ້​ຜ່າ​ຕັດ​ແບບ​ບາດ​ແຜ​ນ້ອຍ​ທີ່​ກ້າວໜ້າ​ທີ່​ສຸດ​ຢູ່​ຈີນ​ໃຫ້ພວກ​​ເພີ່ນ,​ຍັງ​ໄດ້​ໃຊ້​ແກ້ວ​ຕາ​ທີ່​ດີ​ທີ່​ສຸດ​ໃຫ້​ພວກ​ເພີ່ນ,​ສະ​ນັ້ນ​ຈຶ່ງ​ໄດ້​ຮັບ​ຜົນ​ດີ​ຫຼາຍ."


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ