ກິດ​ຈະ​ກຳ​"ສົ່ງ​ແສງ​ສະ​ຫວ່າງ​ໄປ​ລາວ"​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ

(GMT+08:00) 2011-11-25 16:03:27     cri

ພະຍາດ​ແກ່ນ​ຕາ​ຂຸ້ນ​ແມ່ນພະຍາດ​ຕາ​ທີ່​ພົບ​ເຫັນ​ເລື່ອຍໆ​ຢູ່​ປະ​ເທດ​ທີ່​ມີ​ແສງ​ແດດ​ແຮງ ຄື:ປະ​ເທດລາວ​ເປັນ​ຕົ້ນ.​ອາ​ການ​ໜັກ​ໜ່ວງ​ທີ່​ສຸດ​ຈະ​ພາ​ໃຫ້​ຕາ​ບອດ.​ຄະ​ນະ​ແພດ​ປິ່ນ​ປົວ​ຕາ​ມາ​ລາວ​ເທື່ອນີ້,​ແມ່ນ​ທຳ​ການ​ຜ່າ​ຕັດ​ໂດຍ​ບໍ່​ເກັບ​ຄ່າ,​ໄດ້​ນຳ​ເອົາ​ແສງ​ສະ​ຫວ່າງ​ຫາຍ​ໄປ​ດົນ​ແລ້ວ​ນັ້ນ​ສົ່ງ​ຄືນ​ໃຫ້​ຄົນ​ລາວ​ຜູ່​ເປັນ​ພະ​ຍາດ​ນີ້,​ເຮັດ​ໃຫ້​ຜູ່​ເປັນ​ພະ​ຍາດ​​ຮູ້ສຶກ​ເຖິງ​ມິດ​ຕະ ພາບ​ຂອງ​ປະ​ຊາ​ຊົນ​ຈີນ​ຢ່າງ​ເລິກ​ເຊິ່ງ.


ແພດໝໍຖ່າຍຮູບກັບຄົນເຈັບທີ່ໄດ້ຮັບການຜ່າຕັດ

ນາງ​ສາວໄກສອນທີ່ມາ​ຈາກ​ແຂວງ​ວຽງ​ຈັນ,​ອາຍຸ​ພຽງ​ແຕ່14​ປີ,​ແມ່ນ​ຄົນ​ລາວ​ທີ່​ອາ​ຍຸ​ນ້ອຍ​ກວ່າ​ໝູ່​ທີ່​ໄດ້​ຮັບ​ການ​ຜ່າ​ຕັດ​ເທື່ອ​ນີ້.​ນາງ​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ຫຼາຍ​ປີ​ແລ້ວ,​ຍ້ອນ​ວ່າ​ໃນ​ເວ​ລາ​7​ປີ​ມີ​ແມງ​ໄມ້​ບິນ​ເຂົ້າ​ຕາ​ເບື້ອງ​ຊ້າຍ,​ແຕ່​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ຍ້ອນ​ຄອບ​ຄົວ​ທຸກ​ຍາກ.​ເທື່ອ​ນີ້​ນາງ​ໄກ​ສອນ​ໄດ້​ຮັບ​ການ​ຜ່າ​ຕັດ​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ​ແລະ​ດຽວ​ນີ້​ໄດ້​ເຫັນ​ແສງ​ສະ​ຫວ່າງ​ຄືນ​ໃໝ່.


ພໍ່ເຖົ້າທິດ​ຈັນ​ລາ​ທີ່​ມາ​ຈາກ​ເມືອງ​ນາ​ຊາຍ​ທອງ​ຂອງ​ນະຄອນ​ວຽງ​ຈັນ​ປີ​ນີ້​ອາຍຸ81​ປີ​ແລ້ວ,​ໄດ້​ຮັບ​ການ​ຜ່າ​ຕັດ​ໃນ​ເທື່ອ​ນີ້.


ກິດຈະກຳ"ສົ່ງ​ແສງ​ສະຫວ່າງ​ໄປ​ຕ່າງປະ​ເທດ"ລິ​ເລີ່ມ​ໂດຍ​ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ເມື່ອ​ປີ​2008.​ມາ​ຮອດ​ປະ​ຈຸ​ບັນ​ນີ້,​ໄດ້​ຜ່າ​ຕັດ​ໃຫ້​ຜູ່​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ​ຂອງ​ຫຼາຍ​ປະ​ເທດ​ເກືອບ​2​ພັນ​ຄົນ,​ເປັນ​ຕົ້ນ​ແມ່ນ: ສປປ​ເກົາ​ຫຼີ,​ກຳ​ປູ​ເຈຍ,​ມົງ​ໂກນ,​ຫວຽດ​ນາມ,​ມາ​ລາ​ວີ,​ຊິມ​ບາ​ເວ,​ໂມ​ຊຳ​ບິ​ກ​ແລະ​ຊຳ​ບີ,​ຊຶ່ງ​ໄດ້​ຮັບ​ຄວາມ​ຊົມ​ຊອບ​ຢ່າງ​ຟົດ​ຟື້ນ​ຈາກ​ປະ​ຊາ​ຊົນ​ປະ​ເທດ​ເຫຼົ່າ​ນີ້.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ