ຄື້ນ​ວິທະຍຸ​ຈີນ​ທີ່​ຂ້າມຜ່ານ​ການເວລາ, ຫຍໍ້​ໄລຍະ​ທາງ​ເຂົ້າຫາ​ກັນ

(GMT+08:00) 2011-12-03 14:30:12     cri

ວັນ​ທີ3​ທັນວາ​ນີ້​ແມ່ນ​ວັນ​ລະ​ລຶກການສ້າງ​ຕັ້ງພາລະກິດ​ການ​​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຈີນກໍ​ຄື​ວັນ​ສ້າງ​ຕັ້ງ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫລື​CRIຄົບຮອບ70​ປີ. ​ວິທະຍຸ​ແຫ່ງ​ນີ້ທີ່​ສ້າງ​ຕັ້ງຂຶ້ນ​ໃນ​ທ່າມກາງ​ກິ່ນ​ໝື້ກິ່ນ​ເຈຍ​ແຫ່ງ​ສົງ​ຄາມຕໍ່ຕ້ານ​ຟັດ​ສິດ​ໂລກ, ​ໄດ້​ກາຍ​ເປັນ​ສື່​ສາກົນ​ທີ່​ກະຈາຍສຽງ​ຕໍ່​ທົ່ວ​ໂລກ​ດ້ວຍ​61ພາສາ. ​ແລະ70ປີ​ມາ​ນີ້, ​CRI​ໄດ້​ສົ່ງຄວາມຢື້​ຢາມ​ຖາມ​ຂ່າວ​ແລະ​ມິດຕະພາບ​ໄປ​ຍັງປະຊາຊົນ​ປະ​ເທດ​ຕ່າງໆ, ສະ​ແດງຄວາມ​ສະ​ແຫວ​ງຫາ​ແລະ​ປົກ​ປັກ​ຮັກສາສັນຕິພາບ​ແລະ​ຄວາມ​ເປັນ​ທໍາ, ສອດ​ຮ້ອຍ​ໄປ​ດ້ວຍ​ຄວາມ​ຖະໜຸທະ​ໜອມ​ແລະ​ເຄົາລົບນັບຖືວັດທະນະ​ທໍາຫລາກ​ເຄົ້າ​ຂອງ​ມວນ​ມະນຸດ​ໃນ​ໂລກ. ​ໃນ​ລາຍການ​ພິ​ເສດ​ມື້​ນີ້, ພວກ​ເຮົາ​ຈະນໍາພາ​ທ່ານຜູ້​ຟັງ​ມາ​ສໍາຜັດ​ກັບ​ການ​ພັດທະນາ​ ​CRIຕະຫລອດ​ໄລຍະ​ເວລາ70​ປີ,ດ້ວຍ​ການ​ເລົ່າ​ເລື່ອງຄວາມ​ເປັນ​ມາ​ຂອງ​CRI.

ຕົ້ນ​ຊຸມ​ປີ1940ສະຕະວັດ​​ແລ້ວ​ນີ້,ປະຊາຊົນ​ຈີນ​ໄດ້​ດໍາ​ເນີນ​ສົງຄາມ​ຕໍ່ຕ້ານ​ຍີ່ປຸ່ນ​ທີ່​ແສນລໍາ​ບາກ, ​ເພື່ອຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ. ​ເພື່ອ​​ໂຄສະນາ​ປຸກລະດົມ​ນໍ້າ​ໃຈ​ຮັກ​ຊາດ​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ໃຫ້​ກວ້າງຂວາງ, ພັກ​ກອມມູນິດ​ຈີນ​ໄດ້​ສ້າງ​ຕັ້ງ​ວິທະ​ຍຸ​ກະຈາຍສຽງ​ຊິນ​ຮວາ​ຢູ່​ເມືອງ​ຢຽນອ່ານ,ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,​ເຊິ່ງ​ເປັນ​ທີ່​ຕັ້ງສໍານັກງານ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ເວລາ​ນັ້ນ. ວັນ​ທີ3​​ທັນວາ1941, ວິທະຍຸ​​ແຫ່ງນີ້​ໄດ້​ກະ​ຈາ​ຍສຽງ​ດ້ວຍ​ພາສາ​ຍີ່ປຸ່ນ​​ເປັນ​ເທື່ອ​ທໍາ​ອິດ​ຕໍ່​ທະຫາ​ນຍີ່ປຸ່ນ​ທີ່​​ເຂົ້າ​ມາຮຸກ​ຮານ​ຢູ່​ຈີນ. ​ໂຄສົກ​ພາສາ​ຍີ່ປຸ່ນ​ຄົນ​ທໍາ​ອິດ​ຂອງ​ວິທະ​ຍຸ​ນີ້​ແມ່ນ​ທ່ານ​ນາງ​ຮາ​ລາ ກີ​​ໂຢຊີ,ບຸກຄົນ​ຕໍ່ຕ້ານ​ສົງຄາມ​ຍີ່ປຸ່ນ​ທີ່​ດໍາລົງ​ຊີວິດ​ຢູ່​ຈີນ.


ມື້​ນັ້ນ, ພັກ​ກອມ​ມູນິດ​ຈີນ​ໄດ້​ຕົກລົງ​ກໍານົດເປັນ​ວັນ​ສ້າງ​ຕັ້ງ​ວິທະຍຸ​ກະຈາຍສຽງCRI.ເຖິງ​ແມ່ນ​ວ່າ​ໃນ​ເວລາ​ນັ້ນ, ຫ້ອງສະ​ເຕດີ​ໂອແມ່ນຕັ້ງ​ຢູ່​ໃນ​ຖໍ້າ​ທີ່ມີ​ທັງ​ຄວາມ​ສະດວກ​​ແລະ​ຄວາມ​ຫຍຸ້ງຍາກ, ກໍາລັງ​ກະຈາຍສຽງມີ​ແຕ່ຄວາມ​ແຮງ​ສົ່ງ​ສຽງ300​ວັດກໍ​ຕາມ, ​ແຕ່​ມັນ​ໄດ້​ກໍ່ພື້ນຖານ​ຂອງ​ວຽກ​ງານ​ການ​ໂຄສະນາ​ປຸກລະດົມ​ນໍ້າ​ໃຈ​ຮັກ​ຊາດ​ຂອງ​ປະຊາຊົນ​ຈີນ​ປະກອບສ່ວນ​ເຂົ້າ​ໃນ​ຂະ​ບວນການ​ປົກ​ປັກ​ຮັກສາ​ປ​ະ​ເທດ​ຊາດ.ນັບ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ,ຈີນ​ມີ​ການ​ກະຈາຍສຽງ​ຕໍ່​ຕ່າງປະ​ເທດ. ທ່ານ​ນາງ​ຮາ​ລາ ກີ​​ໂຢຊີກ່າວ​ວ່າ:
ຂ້ອຍ​ເຮັດ​ວຽກ​ກະຈາ​ຍສຽງ​ຢູ່​ເມືອງ​ເຢນອານ, ​ໃນ​ເວລາ​ນັ້ນ, ມີ​ສະຫາຍ​ຂອງ​ເມືອງ​​ເຢນອານ​ຫລາຍ​ຄົນ​ກໍ​ໄດ້​ເອົາ​ໃ​ຈ​ໃສ່​ເບິ່ງ​ແຍງ​ດູ​ແລຂ້ອຍ​ເປັນ​ຢ່າງ​ດີ.


ທ່ານ​ນາງຮາ​ລາ ກີ​ໂຢຊີກະຈາຍສຽງ​ຢູ່​ຖໍ້າ​ເມືອງຢຽນອ່ານ,​ແມ່ນ​ອາ​ວຸດ​ສໍາຄັນທີ່​ທໍາລາຍ​ຂວັນ​ແລະ​ກໍາ​ລັງ​ໃຈ​ຂອງ​ທະຫານ​ຍີ່ປຸ່ນ. ມີນາ​ຍ​ແລະ​ພົນທະຫານ​ຍີ່ປຸ່ນ​ຫລາຍ​ຄົນຮູ້​ຈັກ​ຄວາມ​ຈິງ​ຂອງ​ສົງ​ຄາມ​ຈາກ​ວິ​ທະ​ຍຸ, ​​ແລ້ວ​ກັບ​ຄືນໄປ​ເຂົ້າ​ຮ່ວມ​ພາລະກິດ​ຕໍ່ຕ້ານ​ສົງຄາມ.


ປີ1947, ວິທະຍຸ​ຊິນ​ຮວາ​ຈັດ​ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​​ເທດ​ເປັນ​ພາສາທີ​ສອງ ຄື,ພາສາ​ອັງກິດ. ປັດຈຸບັນ, ລາຍການພາສາ​ນີ້ໄດ້​ອອກ​ອາກາດ​​ໄປ​ເຖິງທົ່ວ​ໂລກ​ແລ້ວ, ຈົນ​ກະ​ທັ້ງ​ໄປ​ເຖິງບ່ອນ​ໄກ​ຂອງ​ມະຫາ​ສະ​ໝຸດ.


ປີ1949, ປະ​ເທດຈີນ​ໃໝ່​​ໄດ້ສ້າງ​ຕັ້ງ​ຂຶ້ນ, ​ໃນ​ພິທີສະ​ເຫຼີ​ມສະຫຼອງ​ການ​ສະຖາປະນາປະ​ເທດ​ຈີນ​ໃໝ່, ນາງ​ຕິ່ງ​ອີ່​ລານ ​ໂຄສົກ​ວິທະຍຸ​ກະຈາຍສຽງ​ພວກ​ເຮົາ​ໄດ້ເປັນ​ພິທີ​ກອນ​ຖ່າຍ​ທອດ​ສົດ​ຢູ່ເທິງຫໍ​ທ່ຽນ​ອ່ານ​ເມີນ. ຫຼັງ​ຈາກ​ນັ້ນ, ນາງ​ໄດ້​ກາຍ​ເປັນຜູ່​ອຳນວຍ​ການ​ໃຫຍ່​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ.


ເວລາ​ນັ້ນ​ສະຖານີ​ວິທະຍຸ​ກະຈາຍສຽງຊິນຮວາ​ກໍ່​ໄດ້​ຍ້າຍມາ​ຕັ້ງ​ຢູ່ນະຄອນຫຼວງ​ປັກ​ກິ່ງ,​ແລະ​ໄດ້​ປ່ຽນ​ຊື່​ຫຼາຍ​​ເທື່ອຫຼາຍ​ທີ, ຈົນ​ກາຍເປັນ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ​ໃນ​ປັດຈຸບັນ.

ບໍ່​ວ່າ​ຈະ​ແມ່ນພາສາ​ທີ່​ໃຊ້ທົ່ວ​ໄປ​​ຢູ່​​ໃນໂລກ ​ເຊັ່ນ, ພາສາ​ອັງກິດ, ພາສາ​ຝຣັ່ງ,ພາສາ​ແອັດ​ສະ​ປາຍ, ພາສາຣັດ​ເຊຍ ​ແລະ ພາສາ​ອາ​ລັບ, ຫຼື​ວ່າ​ພາສາ​ສະ​ເພາຂອງບາງ​ປະ​ເທດ​ ​ເຊັ່ນ, ພາສາບັງ​ກະລາ​ເດັດ,ພາສາປຸສຕູ, ພາສາ​ສິງຫົນ ​ແລະ ພາສາ​ສະ​ວາ​ຮີ​ລີ​ເປັນ​ຕົ້ນ, ລ້ວນ​ແຕ່​ມີ​ຄື່ນ​ກະຈາຍສຽງ ​ແລະ ​ເວັບ​ໄຊ​ສະ​ເພາະ​ຢູ່​ວິທະຍຸCRI. ​ໃນ​ຂະນະ​ທີ່ດຳ​ເນີນສື່​ສຳພັນ​ສາກົນ​ດ້ວຍ​ 61 ພາສານັ້ນ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກໍ່ມີ​ຄວາມ​ຮັ​ກ​ແພງ​ຢ່າງເລິກ​ເຊິ່ງຕໍ່​ວັດທະນະທຳ​ຂອງ​ປະ​ເທດ​​ເຫຼົ່າ​ນີ້​.

ຄຽງ​ຄູ່​ກັບ​ຄວາມ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ ​ແລະ ຄວາມ​ກ້າວໜ້າ​ຂອງ​ເຕັກນິກ​ໃໝ່,​ພາ​ລະ​ກິດ​ສື່​ສຳພັນ​ສາກົນ​ຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນກໍ່​​ໄດ້ມີ​ການພັດທະນາ​ຢ່າງ​ບໍ່ຢຸດ​ຢັ້ງ. ປີ1998, CRI​ໄດ້​ເປີດ​ເວັບ​ໄຊ"​CRI Online"ດ້ວຍ​ຫຼາຍພາສາ, ຜູ່​ຟັງ​ທັງຫຼາຍ​ບໍ່​ພຽງ​ແຕ່​ສາມາດ​ໃຊ້​ອິນ​ເຕີ​​ເນັດ​ຮັບ​ຟັງ​ລາຍການ​ພາສາ​ຂອງ​ປະ​ເທດ​ຕົນເທົ່າ​ນັ້ນ, ຍັງ​ສາມາດ​ອ່ານ​ຂໍ້​ມູນ​ຂ່າວສານ​ດ້ວຍ​ພາສາ​ແມ່ຂອງ​ຕົນນຳ​ອີກ​. ປັດຈຸບັນ, ​ເວັບ​ໄຊ"​CRI Online"​ໄດ້​ພັດທະນາກາຍ​ເປັນ​ເວທີ​ອິນ​ເຕີ​ເນັດ​ທີ່​ມີ 61 ພາສາ​ແລ້ວ,ດ້ວຍ​ເຫດ​ນີ້ CRI ກໍ່​​ໄດ້ກາຍ​ເປັນ​ອົງການ​ສື່​ສຳພັນ​ສາກົນ​ທີ່​​ໃຊ້ຫຼາຍ​ພາສາທີ່​ສຸດ​ໃນ​ໂລກ.


ໃນ​ຖານະ​ທີ່​ເປັນ​ອົງການ​ສື່ສຳພັນ​ສາກົນ, ການ​ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດ​ຂອງCRIກໍ່​ນັບ​ມື້​ນັບ​ພັດທະນາ​ດີ​ຂຶ້ນ, ປັດຈຸບັນ ​ໄດ້​ສ້າງ​ສຳນັກງານ​ພາກ​ພື້ນ ​ແລະ ຫ້ອງການ​ຂ່າວ​ຢູ່​ຕ່າງປະ​ເ​ທດ 40 ​ແຫ່ງ, ມີ​ສະຖານີ​ວິທະຍຸ​ກະຈາຍສຽງ​ທັງ​ລະບົບAM ​ແລະ FM 70 ​ແຫ່ງຢູ່​ຕ່າງປະ​ເທດ, ມີສະຖານີ​ວິທະຍຸ​ກະຈາຍສຽງທີ່ຮ່ວມມື​ກັບຕ່າງປະ​ເທດ 180 ​ແຫ່ງ, ສຳນັກງານ​ຜູ່​ຕາງໜ້າຕ່າງປະ​ເທດ 24 ​ແຫ່ງ, ສະ​ໂມ​ສອນ​ຜູ່​ຟັງ 4112 ​ແຫ່ງ, ອອກ​ອາກາດລາຍການ​ເກືອບ 3 ພັນ​ຊົ່ວ​ໂມງ​​​ໃນແຕ່ລະ​ມື້. ປີ​ກາຍ​ນີ້,​ໄດ້​ຮັບຈົດໝາຍ​ຈາກ​ຜູ່​ຟັງ 3 ລ້ານ​ກວ່າ​ສະບັບ.
ໃນ​ມິດ​ລາຍການ​ປະຈຳ​ຂອງCRIຈຳນວນຫຼວງ​ຫຼາຍ​ນັ້ນ,ມີ​ຈຳນວນ​ບໍ່​ໜ້ອຍ​ແມ່ນ​ບຸກຄົນ​ສຳຄັນ​ທາງ​ການ​ເມືອງ,ຕົວຢ່າງ​ຄື​ທ່ານ​ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ປະທານ​ປະ​ເທດ​ລາວ​ພ້ອມ​ດ້ວຍ​ຄອບຄົວ.ທ່ານ​ກ່າວ​ວ່າ:


"ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ສູງ​ຈາກ​ຄົນ​ລາວ,ຂ້າພະ​ເຈົ້າ​ກໍ່​ຄື​ປະຊາຊົນ​ລາວ​ຈຳນວນ​ຫຼວງ​ເຄີຍ​ຟັງ​ແລະ​ມັກ​ຟັງ​ລາຍການ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນເປັນ​ປະຈຳ.ລາຍການ​CRI​ໄດ້​ໃຫ້ຂ່າວ​ຄາວ​ຂໍ້​ມູນທີ່ວ່ອງ​ໄວ​ແລະ​ໜ້າ​ເຊື່ອ​ຖື,​​ໃຫ້ສາລະ​ຄວາມ​ຮູ້​ອັນ​ເປັນ​ຜົນ​ປະ​ໂຫຍ​ດ​ແກ່ຜູ່​ຟັງລາວ,​ລັດຖະບານ​ລາວ​ຖື CRI ເປັນອົງ​ປະກອບ​ຂອງ​ສື່​ມວນ​ຊົນ​​ໃນ​ສັງຄົມລາວ.​​ເປັນ​ຂົວ​ຕໍ່​ອັນ​ສຳຄັນໃນ​ການ​ແລກປ່ຽນ​ວັທະນະ​ທຳ​ແລະ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າໃນ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ແລະຄວາມ​ຮັກ​ໄຄ່​ໄມຕີ​ລະຫວ່າງ​ລາວ​ແລະ​ຈີນ​ໃຫ້ເລິກ​ເຊິ່ງຍິ່ງໆ​ຂຶ້ນ."

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ