ຄື້ນ​ວິທະຍຸ​ຈີນ​ທີ່​ຂ້າມຜ່ານ​ການເວລາ, ຫຍໍ້​ໄລຍະ​ທາງ​ເຂົ້າຫາ​ກັນ

(GMT+08:00) 2011-12-03 14:30:12     cri


ຕາມ​ນັກ​ຄົ້ນຄວ້າ​ວິທະຍາສາດ​ດ້ານ​ການ​ກະຈາຍສຽງ​​ແລະ​ພາບ​ເຫັນ​ວ່າ,ລາຍການCRI​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ແມ່ນ​ຍ້ອນ​ວ່າ CRI​ປະຕິບັດ​ວຽກງານຕາມ​ນ້ຳ​ໃຈມະນຸດ​ສາດແລະ​ຍຶດໝັ້ນ​ແນວ​ຄິດ​ບໍລິການ​ສາທາລະ​ນະ​ມາ​ໂດຍ​ຕະຫຼອດ.ທ່າ​ນຊາວ​ລູ້ ສາ​ສະ​ດາ​ຈານສອນ​ນັກ​ສຶກສາ​ປະລິນຍາ​​ເອກ​ຂອງ​ມະຫາວິທ​ະຍາ​ໄລສື່ສານ​ມວນ​ຊົນ​ຈີນ​ກ່າວ​ວ່າ:

"​ໃນ​ເກືອບ10​ປີຜ່ານມາ​ນີ້,ວິທະຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ໃຊ້​ມາດ​ຕະການ​ຫຼາຍ​ຢ່າງ​ທີ່​ບັງ​ເກີດ​ຜົນ​ໃນ​ການ​ລາຍ​ງານ​ຂ່າວ​ແລະ​ຮັບ​ໃຊ້​ຜູ່​ຟັງ​ຕ່າງປະ​ເທດ​ດ້ວຍການຈັດ​ທຳລາຍ​ການ​ແບບ​ມື​ອາຊີບ​ທີ່​ເຂົ້າ​ໃກ້ຊິດ​ກັບ​ຜູ່​ຟັງ.ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ການ​ກະຈາຍສຽງ​ແລະ​ພາບ​ໃນ​ຍຸກ​ປະຈຸ​ບັນ."


ໃນ​ຂະນະ​ທີ່​ແນະນຳຢ່າງ​ພາວະ​ວິ​ໃສ​​ໃຫ້​ຊາວໂລ​ກຮູ້​ເຖິງການ​ພັດທະນາ​ຂອງ​ສັງຄົມ​ຈີນ​ແລະສະຖານະ​ການ​ສາກົນ​ທີ່​ປ່ຽນ​ແປງ​ຢ່າງ​ສັບສົນ​ນັ້ນ,​ໃນຊຸມ​ປີ​ມໍ່ໆ​ມາ​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຍັງ​ໄດ້​ປະດິດ​ສ້າງ​ແນວ​ຄິດ​ໃໝ່​ໃນ​ການ​ກະຈາຍສຽງ​ຕໍ່​ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໄດ້​ຈັດ​ກິດຈະກຳ​ຂະໜາດ​ໃຫຍ່​​ແບບ​ຂ້າມ​ຫຼາຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ,​ໄດ້​ສ້າງ​ຂົວ​ຕໍ່​ໃຫ້​ມິດ​ລາຍການ​ຕ່າງປະ​ເທດ​ຮັບ​ຮູ້​ປະ​ເທດ​ຈີນ​ແລະ​ສ້າງສາ​ມິດຕະພາບ​ສາກົນ.


ຕົວຢ່າງ​ຄື,ປີ2009,ວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ​ໄດ້​ວາງ​ແຜນ​ແລະ​ຈັດການ​ແຂ່ງຂັນ​ຄົນ​ຈີນ​ຮ້ອງ​ເພງຣັດ​ເຊຍພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ຣັດ​ເ​ຊຍປະ​ທັບ​ໃຈ​".ທ່ານ​ເວິ່ນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ແລະ​ທ່ານ​ວຼາດີເມຍ ປູ​ຕິນ ນາຍົກລັດຖະມົນຕີຣັດ​ເຊຍ​ໄດ້​ໃຫ້​ກຽດ​​ໄປ​ສະຖານ​ທີ່​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ​ແລະ​ມອບ​ລາງວັນ​ໃຫ້​ຜູ່​ໄດ້ຮັບ​ລາງ​ວັນ.ທ່ານ​ປູ​ຕິນ​ໄດ້​ພັນ​ລະ​ນາ​ຄວາມ​ຮູ້ສຶກ​ຂອງ​ຕົນ​ດ້ວຍຄວາມ​ເວົ້າ​ທີ່​ດີ​ໃຈ​ເປັນ​ພິ​ເສດ.ທ່ານ​ກ່າວ​ວ່າ:


"ສິ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປະ​ທັບ​ໃຈ​​ທີ່​ສຸດ​ນັ້ນ​ແມ່ນ​ໄດ້​ເຫັນ​ຄົນ​ຈີນ​ທີ່ບໍ່​ຈຳ​ແນ​ກ​ອາຍຸ​​ເພດ​ໄວ ​ແລະ​ຍຸກ​ສະ​ໄໝ​ລ້ວນ​ແຕ່​ມີ​ຄວາມ​ສົນ​ໃຈນຳ​ວັດທະນະທຳຣັດ​ເຊຍ.​ແລະ​ຂ້າພະ​ເຈົ້າ​ກໍ່​ໄດ້​ເຫັນ​ຊາວ​ໜຸ່ມ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮ້ອງ​​ເພງ​ຣັດ​ເຊຍ,ພວກຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ເປັນ​ພິ​ເສດ."


ທ່ານ​​ເວິ່ນ​ເຈ່ຍ​ປາວ​ເຫັນ​ວ່າ,ກິດຈະກຳ​ວັດທະນະທຳ​ທີ່​ໃຫ້"ຄົນ​ຈີນ​ຮ້ອງ​ເພງ​ຣັດ​ເຊຍ",ສາມາດ​​ເຮັດ​ໃຫ້ປະຊາຊົນ​ສອງ​ຊາດ​ເຂົ້າ​ໃຈ​ກັນ,​ແມ່ນ​ກົກ​ຮາກ​ທີ່​ການ​ພົວພັນລະຫວ່າງ​ສອງ​ປະ​ເທດຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ກ່າວ​ວ່າ,

"​ໃຊ້​ດົນຕີ​ແລະ​ເພງ​ເຮັດ​ໃຫ້ປະຊາຊົນ​ສອງ​ຊາດ​ເຂົ້າ​ໃຈ​ກັນ,ນີ້​ຈຶ່ງແມ່ນ​ອະນາຄົດ​ແຫ່ງການ​ພັດທະນາ​ຂອງການ​ພົວພັນ​ສອງ​ປະ​ເທດ."


ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ,​ແຕ່​ລະ​ມື້,ຜູ່​ຟັງ​ທີ່ຊື່ສັດຈຳນວນ​ຫຼວງ​ຫຼາຍ​​ໄດ້ຟັງສຽງ​ຂອງ​ຈີນ​ຈາກ​ຄື່ນ​ໄຟຟ້າ,​ເບິ່ງ​ບົດ​ລາຍ​ງານຂອງ​ຈີນ​ຈາກ​ເວ​ບ​ໄຊ; ເຂົາ​ເຈົ້າຄຸ້ນ​ເຄີຍ​ກັບສຽງ​ຂອງ​ໂຄສົກ​ແຕ່ລະຄົນ,ຮູ້​ດີ​ກ່ຽວ​ກັບແຕ່ລະລາຍການ.


ຢູ່​ເດີ່ນສະຖານີ​ວິທະຍຸCRI, ຕົ້ນ​​ໄມ້​ດອກ​ຊະ​ກຸລະຫຼາຍ​ຕົ້ນທີ່​ຜູ່​ຟັງ​ຍີ່ປຸ່ນ​ມອບ​ໃຫ້ນັ້ນ​,ກໍ​ມີ​ກິ່ງ​ງ່າ​ດົກໜາ,​ເກີດ​ດອກ​ອອກ​ຜົນ​ຢ່າງ​ສວຍ​ງາມ;ຕູ້​ວາງສະ​ແດງ​ຢູ່​ຊັ້ນ​ທີ2ຂອງຕຶກ​ໃຫຍ່​ໄດ້​ວາງສະ​ແດງ​ຂອງ​ຂວັນ​ທີ່​ຜູ່​ຟັງ​ແຫ່ງ​ຕ່າງໆ​ໃນ​ໂລກ​ຝາກ​ມາໃຫ້,ຈາກ​ໝາກ​ໄມ້ຈົນ​ຮອດ​ຜ້າພັນ​ຄໍ, ມີ​ຫຼາຍສິ່ງ​ຫຼາຍ​ຢ່າງ;​ໃນ​ເວລາ​ປັກ​ກິ່ງ​ຮ້ອງ​ຂໍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ,ສະມາຄົມ​ຜູ່​ຟັງ​ຂອງ​ສີ​ລັງກາ​ໄດ້​ຈັດ​ຕັ້ງ​ກິດ​ຈະ​ກຳ​5ໝື່ນ​ກວ່າ​ຄົນ​ລົງ​ນາມ​ສະໜັບສະໜູນ​ປັກ​ກິ່ງ;ປີ2008,​​ເມືອງເວິ້ນສ່ວນ​ຂອງ​​ແຂວງເສ​ສວນ​ເກີດ​ແຜ່ນດິນ​​ໄຫວ​ແຮງ,ສະມາຊິກ​ຂອງ​ສະມາຄົມ​ຜູ່​ຟັງ​ພາສາ​ທາ​ມີ​ນທະຍອຍ​ກັນ​ຝາກ​ຈົດໝາຍມາຖາມ​ຂ່າວ,ຜູ່​ຟັງ​ຫຼາຍ​ຮ້ອຍ​ຄົນ​ຍັງ​ບໍລິຈາກ​ເງິນ, ​ໃຫ້​cri​​ເປັນ​ຕົວແທນມອບ​ໃຫ້​.


ບໍ່​ພຽງ​ແຕ່​ເທົ່າ​ນັ້ນ,​ເດືອນ​ພຶດສະພາ​ປີ2005,​ແມ່ນ​ເວລາ​ທີ່ປະຊາຄົມ​ໂລກສະຫຼອງ​ໄຊຊະນະ​ຄົບຮອບ60ປີ​ສົງຄາມ​ຕ້ານ​ຟັດ​ຊິດ​​ໂລກ. ທ້າວ​ທຽນ​ທຽນ ພະນັກງານ​ທີ່​ຮັບຜິດຊອບ​ລາຍການ​ຜູ່​ຟັງ​ຂອງ​ພະ​ແນ​ກພາສາຣັດ​ເຊຍ​ໄດ້​ຮັບ​ຈົດໝາຍ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ແລະ​ມີ​ຄຸນຄ່າ​ປະຫວັດສາດ,ນີ້​ກໍແມ່ນ​ຈົດໝາຍ​ຂອງຄອບຄົວ​ທ່ານ​ຟຣັດຄິນ ​ເຢັບ​ເກ​ນີ ຜູ່​ຟັງຂອງຣັດ​ເຊຍ​ທີ່​ມີ​ອາຍຸ70ກວ່າ​ປີ​ຝາກ​ມາໃຫ້.


"ພໍ່​ຂອງທ່ານ​ຟຣັດຄິນ ​ເຢັບ​ເກ​ນີ​​ເຄີຍ​​ເຂົ້າ​ຮ່ວມສົງຄາມ​ໂລກຄັ້ງ​ທີ2,ທ່ານ​ໄດ້​ຝາກ​ຈົດໝາຍ​ຄອບຄົວ​ທີ່​ພໍ່​ຂຽນ​ຢູ່​ແນວ​ໜ້າ,​ແລະ​ຮູບ​ຖ່າຍ​ອັນ​ລ້ຳຄ່າ​ທີ່​ພໍ່​ແມ່​ແລະ​ນ້ອງ​ສາວ​​ຖ່າຍ​ໃນ​ປີ1943.ພະ​ແນ​ກພາສາຣັດ​ເຊ​ຍມີ​ມູນ​ເຊື້ອ​​ແນວ​ນີ້ຕະຫຼອດ​ມາ,​ໃນ​ຍາມບຸນ​ແລະ​ວັນ​ລະ​ລຶກອັນ​ມີ​ຄວາມ​ໝາຍສຳຄັນ,ລ້ວ​ນ​ແຕ່​ໄດ້​ຈັດ​ທຳລາຍການ​ວິທະຍຸ​ແລະ​ທາງເວ​ບ​ໄຊ້,ຜູ່​ຟັງ​ລ້ວ​ນ​ແຕ່​ມີ​ການສົມທົບ​ຢ່າງ​ຕັ້ງໜ້າ,ຊ່ອຍ​ພວກ​ເຮົາ​ເກັບ​ຂໍ້​ມູນເອກະສານ,ຫວນ​ຄືນ​ປະສົບ​ການທີ່​ກ່ຽວຂ້ອງ,ນີ້​ກໍແມ່​ນຍ້ອນມີ​ການ​ໄປມາຫາສູ່​ກັນ​ຢ່າງ​ໃກ້ຊິດ​ລະຫວ່າງ​ພວກ​ເຮົາ​ກັບ​ຜູ່​ຟັງ."


​ເພື່ອນ​ມິດ​ທີ່​ບໍ່​​ເຄີຍ​ພົບ​ໜ້າ​ກັນ​ເລົ່າ​ນີ້​ໄດ້ກາຍ​ເປັນໝູ່​​ເພື່ອນທາງຈິດ​ໃຈອັນ​ສະໜິດ​ສະໜົມ​ກວ່າ​ໝູ່​ຂອງCRI.
​ເພື່ອ​ດຳ​ເນີນ​ການ​ເຜີຍ​ແຜ່​ທາງສາກົນ​ຢ່າງ​ມີ​ຜົນ​ສັກສິດ​ກວ່າ​ເກົ່າ, CRIຍັງ​ບຸກ​ເບີກ​ຮູບ​ແບບ​ສື່​ມວນ​ຊົນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.​ໃນຕົ້ນປີ​ນີ້, ​​ເຄືອ​ຂ່າວ​ການ​ກະຈາຍສຽງ​ແລະ​ພາບ​ສາກົນ​ຈີນ​ຫຼືCIBN​​ໄດ້ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ,ນີ້ໝາຍ​ຄວາມ​ວ່າCRI​ໄດ້​ເຂົ້າສູ່​ໄລຍະ​ສື່​ມວນ​ຊົນ​ໃໝ່​ແລ້ວ. ກ່ອນໜ້າ​ນີ້​ບໍ່​ເທົ່າ​ໃດ​ມື້,"​ໂທລະພາບ​ທາງ​ອິນ​ເຕີ​ເນັດ CIBN​"​ແລະ"​ເວ​ບ​ໄຊ້ວີ​ດີ​ໂອ​ທ່ຽນຕີ້"​ເລີ່​ມນຳ​ໃຊ້,ການ​ສ້າງສາ​ວຽກ​ງານ​ວີ​ດີ​ໂອ​ຫຼາຍ​ພາສາ​ຂອງCRI​ໄດ້​ຮັບ​ການ​ບຸກ​ເບີກ​ທີ່ສຳຄັນຫຼາຍ.


ໃນ​ຈຸດ​ເລີ່​ມປະຫວັດສາດ​ອັນ​ໃໝ່,ທ່ານ​ວາງ​ເກີ່​ງໜຽນ ຜູ່​ອຳນວຍ​ການ​ໃຫຍ່ວິທະຍຸCRI​ໄດ້​ກ່າວ​ສະ​ແດງ​ຈິດ​ໃຈອາລົມ​ຕໍ່ທ່ານ​ຜູ່​ຟັງດັ່ງ​ນີ້​:"CRI​ໄດ້​ຜ່ານ70ປີ​ອັນ​ສະຫງ່າ​ລາສີ​ແລ້ວ. ຂ້າພະ​ເຈົ້າ​ຢາກ​ເວົ້າ​ວ່າ,ທຸກ​ສິ່ງ​ທຸກ​ຢາງ​ທີ່​ພວ​ກຂ້າພະ​ເຈົ້າ​ເຮັດ​ຂຶ້ນ​ມາແມ່ນ​ເພື່ອ​ເພີ່ມທະວີ​ການ​ແລກປ່ຽນ​ແລະ​ມິດຕະພາບລະຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ,​ລ້ວນ​ແຕ່​ແມ່ນ​ເພື່ອ​ແນະນຳ​ປະ​ເທດ​ຈີນ​ອັນ​ແທ້​ຈິງ,ຮອບດ້ານ​ແລະ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ຕໍ່ທົ່ວ​ໂລກ.ຜູ່​ຟັງ​ຂອງ​ພວກ​ເຮົາ​ຢູ່160ກວ່າ​ປະ​ເທດ​ແລະ​​ເຂດ​ແຄວ້ນ,ປີ2010​ຜ່ານ​ມາ​ພວກ​ເຮົາໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ຟັງ​3ລ້ານກວ່າຄົນ.ຜູ່​ຟັງ​ຫຼາຍ​ຄົນ​ຖືCRI​ເປັນ"ຂົວ​ແຫ່ງ​ຮຸ່ງ​ກິນ​ນ້ຳ"ທີ່​ຕິດ​ຕໍ່​ຈີນ​ກັບ​ທົ່ວໂລກ​. ທຸກໆ​ຄວາມກ້າວໜ້າ​ແລະ​ຜົນງານຂອງ​ພວກ​ຂ້າ​ພ​ະ​ເຈົ້າລ້ວນ​ແຕ່​ບໍ່​ສາມາດ​ຂາດ​ຈາກການ​ສະໜັບສະໜູນ,ການ​ສົ່ງ​ເສີມ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ຜູ່​ຟັງ​ໄດ້.​ໃນ​ຈຸດ​ເລີ່​ມປະຫວັດສາດ​ອັນ​ໃໝ່, ຂ້າພະ​ເຈົ້າ​ຂໍເວົ້ານຳ​ເພື່ອນ​ຜູ່​ຟັງ​ຂອງ​ພວກ​ຂ້າພະ​ເຈົ້າດ້ວຍ​ນ້ຳ​ໃສ​ໃຈ​ຈຶ່ງ​ວ່າ"ຂອບ​ໃຈ​ຫຼາຍໆ",​ແຕ່​ນີ້​ຕໍ່​ໄປ​ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ສະໜອງ​ການ​ບໍລິການ​ທີ່ດີກ​ວ່າ​ເກົ່າ​ໃຫ້​​ແກ່ທ່ານ​ຜູ່​ຟັງ,ສ້າງ​ຄວາມພໍ​ໃຈ​ໃຫ້​ແກ່ຄວາມ​ຕ້ອງການທາງ​ດ້ານ​ຂ່າວສານ​ຫຼາຍ​ດ້ານ​ຂອງ​ທ່ານ​ຜູ່​ຟັງ;​ໃນ​ຂະນະ​ດຽວ​ກັນ,ພວກ​ຂ້າ​ພະ​ເຈົ້າ​ຍັງ​ຫວັງ​ໃຫ້​ທ່ານ​ຜູ່​ຟັງຈົ່ງສືບ​ຕໍ່​ສະໜອງ​ການ​ສະໜັບສະໜູນ​ແລະ​ຄວາມ​ເອົາ​ໃຈ​ໃສ່​​ຕໍ່CRI​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ