10 ອັນ​ດັບ​ສັດ​ດຶກ​ດຳ​ບັນ ທີ່​ຍັງ​ບໍ່​ສູນ​ພັນ​ໄປ​ຈາກ​ໂລກ

(GMT+08:00) 2013-01-21 09:35:35     cri

ສິບ: ຊ້າງ​ຊວາ (Javan Elephants) ຊ້າງ​ຊວາ​ທີ່​ເຊື່ອ​ວ່າ​ສູນ​ພັນ​ໄປ​ແລ້ວ ແຕ່​ກັບ​ຖືກ​ພົບ​ອີກ​ເທື່ອ​ຫລັງ​ຈາກ​ທີ່​ນັກ​ວິ​ໄຈ​ພົບ​ວ່າ ຊ້າງ​ແຄະ​ບອລ໌​ນຽວ ( Borneo Pygmy Elephant) ແທ້ໆ​ແລ້ວ​ສືບ​ສາຍ​ພັນ​ມາ​ຈາກ​ຊ້າງ​ຊວາ ໂດຍ​ລັດ​ສຸນ​ຕ່ານ​ຊູ​ລູ ( ປະຈຸບັນ​ຢູ່ໃນ​ຟິ​ລິບ​ປິນສ໌ ) ໃຊ້​ສັດ​ຊະນິດ​ນີ້​ເປັນ​ຂອງ​ລາງ​ວັນ​ໃນ​ການ​ແລກ​ປ່ຽນ​ໃນ​​ແຖວ​ເກາະ​ບອລ໌​ນຽວ​ມາ​ຫລາຍຮ້ອຍປີ ແລະ​ຖືກ​ສົ່ງ​ໄປ​ທົ່ວ​ເອ​ເຊຍ​ເປັນ​ຂອງ​ຂວັນ​ລະຫວ່າງ​ປະເທດ ຊຶ່ງ​ປະຈຸບັນ​ຄາດ​ວ່າ​ຈະ​ເຫລືອ​ຢູ່​ພຽງ 1, 000 ຕົວ ໃນ​ປະເທດ​ມາ​ເລ​ເຊຍ.


ເກົ້າ: ຈິງ​ໂຈ້​ຂະໜາດ​ນ້ອຍ (Bridled Nailtail Wallaby) ຈິງ​ໂຈ້​ຂະໜາດ​ນ້ອຍ​ທີ່​ມີ​ລັກສະນະ​ຫາງ​ແຫລມ ແລະ​ມີ​ເສັ້ນ​ບັງ​ຫຽນ​ສີ​ຂາວ​ບໍລິເວນຫົວ ຫົວບ່າ​ໄລ່ ແລະ​ຫາງ​ຂອງ​ມັນ ຊຶ່ງ​ໃນ​ອະ​ດີດ​ອາໄສ​ຢູ່​ຈຳນວນ​ຫລາຍ​ໃນ​ແຖບ​ຕະເວັນ​ອອກ​ຂອງ​ອອດ​ສເຕ​ເລຍ ແຕ່​ກໍ​ເລີ່ມ​ລຸດລົງ​ເລື່ອຍ​ໆຈົນກະທັ້ງ​ໃນ​ປີ 1937 ມີ​ການ​ປະ​ກາດ​ວ່າ​ມັນ​ສູນ​ພັນ​ໄປ​ແລ້ວ ແຕ່​ໃນ​ປີ 1973 ຖືກ​ພົບ​ອີກ​ເທື່ອ​ໃນ​ລັດ​ຄວີນສ໌​ແລນດ໌ ທັງ​ນີ້ເຖິງວ່າ​ມັນ​ຈະ​ຖືກ​ພົບ​ອີກ​ເທື່ອ​ແຕ່​ຈຳນວນ​ປະຊາກອນ​ຂອງ​ຈິງ​ໂຈ້ Wallaby ກໍ​ຍັງ​ຄົງ​ມີ​ບໍ່​ຫລາຍ ໂດ​ຍກົມ​ອະນຸລັກ​ສັດ​ປ່າ​ຂອງ​ລັດ​ຄວີນ​ແລນດ໌ ເຊື່ອ​ວ່າ​ມັນ​ມີ​ນ້ອຍ​ກວ່າ 1000 ຕົວ ໃນ​ລັດ​ແຫ່ງ​ນີ້.


1 2 3 4 5