10 ອັນ​ດັບ​ສັດ​ດຶກ​ດຳ​ບັນ ທີ່​ຍັງ​ບໍ່​ສູນ​ພັນ​ໄປ​ຈາກ​ໂລກ

(GMT+08:00) 2013-01-21 09:35:35     cri


ສີ່: ໜູ​ຄະ​ຍຸ (Laotian rock rat) ເປັນ​ໜູ​ຊະນິດ​ໜຶ່ງ​ທີ່​ອາໄສ​ຢູ່​ເທິງ​ພູ​ເຂົາ​ຫິນ​ປູນ ແລະ​ຄາດ​ວ່າ​ສູນ​ພັນ​ໄປ​ເມື່ອ 11 ລ້ານ​ປີ​ທີ່​ແລ້ວ ແຕ່​ນັກ​ວິທະຍາ​ສາດ​ຄົ້ນ​ພົບ​ໂດຍ​ບັງ​ເອີນ​ໃນ​ຕະ​ຫລາດ​ສົດ​ນ້ອຍ​ໆ ແຫ່ງ​ໜຶ່ງ​ໃນ​ປະເທດ​ລາວ ເມື່ອ​ປີ 2005 ລັກສະນະ​ຂອງ​ມັນ​ຄ້າຍ​ກັບ​ໜູ​ ແລະ​ກະ​ຮອກ​ປະສົມ​ກັນມີ​ຫາງ​ທີ່​ໜາ ແລະ​ມີ​ຂົນ​ສີ​ເທົາ.


ສາມ: ປາ​ດຶກ​ດຳ​ບັນຊີ​ລາ​ແຄນ ​ເມື່ອ​ເບິ່ງ​ແບບ​ຜິວ​ເຜີນ​ບໍ່​ຕ່າງ​ຈາກ​ປາ​ທົ່ວ​ໄປ ແຕ່​ລັກສະນະ​ຂອງ​ມັນ​ມີ​ຫາງ​ຄ້າຍ​ກະ​ບອກ​ທີ່​ຍາວ ເປັນ​ສັດ​ທີ່​ມີ​ລັກສະນະ​​ເກືອບຈະ​ບໍ່​ປ່ຽນ​ແປງ​​ເຖິງ​ຈະ​ຜ່ານ​ໄປ​ດົນ​ຫລາຍ​ຮ້ອຍ​ລ້ານ​ປີ ​ກຳ​ເນີດ​ເທື່ອ​ທໍາ​ອິດ​ເທິງ​ໂລກ​ໃນ​ຍຸ​ກດີ​ໂວ​ນຽນ​ເມື່ອ 400 ລ້ານ​ປີ​ກ່ອນ ມັນ​ຈຶ່ງ​ເປັນ​ສັດ​ທີ່​ມີ​ຊີວິດ​ເທິງ​ໂລກ​ກ່ອນ​ໄດ​ໂນ​ເສົາ ແລະ​ສັດ​ເລື້ອຍ​ຄານ ມັນ​ລອຍ​ໄປ​ຂ້າງ​ໜ້າ​ໄດ້ ຖອຍ​ຫລັງ​ໄດ້ ຫງາຍ​ທ້ອງ​ໄດ້ ແລະ​ລອຍຕັ້ງ​ສາກ​ກັບ​ໜ້າ​ນ້ຳ​ເປັນ​ເວລາ​ດົນ​ກໍ​ໄດ້​ໂດຍ​ໃຊ້​ຄີ​ພັດ​ນ້ຳ ຊຶ່ງ​ມະນຸດ​ເຊື່ອ​ວ່າ​ມັນ​ສູນ​ພັນ​ໄປ​ແລ້ວ 65 ລ້ານ​ປີ ເນື່ອງ​ຈາກ​ຖືກ​ອຸກ​ກາ​ບາດ​ຕໍາ​ກັບ​ໂລກ ແຕ່​ມັນ​ກໍ​ສາມາດ​ສືບ​ສາຍ​ພັນ​ມາ​ເຖິງ​ປະຈຸບັນ ຊຶ່ງ​ມີ​ການ​ພົບ​ເທື່ອ​ທໍາ​ອິດເມື່ອ​ປີ 1938 ທີ່​ອາ​ຝລິກກາ​ໃຕ້ ໂດຍ​ປະຈຸບັນ​ມີ​ປາ​ຊະນິດ​ນີ້​ເຫລືອ​ພຽງ 200-300​ ໂຕ​ເທົ່າ​ນັ້ນ ແລະ​ນັ້ນ​ກໍ​ສະແດງ​ວ່າ​ມັນ​ເປັນ​ສັດ​ທີ່​ກຳ​ລັງ​ຈະ​ສູນ​ພັນ.


1 2 3 4 5