10 ອັນ​ດັບ​ສັດ​ດຶກ​ດຳ​ບັນ ທີ່​ຍັງ​ບໍ່​ສູນ​ພັນ​ໄປ​ຈາກ​ໂລກ

(GMT+08:00) 2013-01-21 09:35:35     cri



ແປດ: ກະ​ຮອກ​ບິນ ( Woolly Flying Squirrel ) ກະ​ຮອກ​ບິນ ແຕກ​ຕ່າງ​ຈາກ​ກະ​ຮອກ​ຕົວ​ອື່ນ​ໂດຍ​ທີ່​ມັນ​ຈະ​ບໍ່​ໃຊ້​ວິທີ​ການ​ໂຜ່​​ໂຕໄປ​ທາງ​ໜ້າ ແຕ່​ສາມາດ​ບິນ​ໄດ້​ດ້ວຍ​ປີກ​ບາງໆ ຄື​ເປັນ​ລຮົ່ມ​ຊູ​ຊີບ​ຖ່ວງ​ນ້ຳ​ໜັກ​ຢູ່ໃນ​ອາ​ກາດມີ​ຂະໜາດ 12-24 ຊັງ​ຕີ​ແມັດ. ມີ​ຫາງ​ທີ່​ມີ​ລັກສະນະ​ຝຸ່ມ​ໃຫຍ່ ເຊື່ອ​ວ່າ​ສູນ​ພັນ​ໄປ​ແລ້ວ​ເມື່ອ 70 ປີ ແຕ່​ມີ​ການ​ພົບ​ຕົວ​ມັນ​ອີກ​ເທື່ອ​ເມື່ອ​ປີ 1995 ໃນ​ທາງ​ຕອນ​ເໜືອ​ຂອງ​ປາ​ກີ​ສະຖານ.


ເຈັດ: ມ້າ​ແຄດ​ປຽນ (Caspian Horse) ມ້າ​ຂະໜາດ​ນ້ອຍ ມີ​ຕົ້ນ​ກຳ​ເນີດ​ຈາກ​ທາງ​ຕອນ​ເໜືອ​ຂອງ​ປະເທດ​ອິ​ຫລ່ານແຕ່​ເຖິງແມ່ນວ່າ​ມັນ​ຈະ​ມີ​ຂະໜາດ​ນ້ອຍ ແຕ່​ກໍ​ບໍ່​ຖືກ​ຈັດ​ຢູ່ໃນ​ມ້າ​ພັນ​ນ້ອຍ (pony) ເຊື່ອ​ວ່າ​ເປັນ​ມ້າ​ທີ່​ເກົ່າ​ແກ່​ທີ່ສຸດ​ໃນ​ໂລກ ເນື່ອງ​ດ້ວຍ​ຕ້ອງ​ຕໍ່ສູ້​ກັບ​ສັດ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ ເຮັດໃຫ້​ຂະໜາດ​ຂອງ​ມັນ​ນ້ອຍ​ລົງ​ເລື່ອຍ​ໆ ໂດຍ​ມີ​ການ​ພົບ​ເຫັນ​ມັນ​ອີກ​ເທື່ອ​ໃນ​ປີ 1965 ໃກ້​ກັບ​ທະ​ເລ​ແຄດ​ສປຽນ ແຕ່​ປະຈຸບັນ​ພົບ​ໜ້ອຍ​ຫລາຍ​ໃນ​ແຖ​ບວເມ​ລິ​ກາ, ​ເອີຣົບ, ນິວ​ຊີ​ແລນດ໌ ແລະ​ສະ​ຫວິດ​ເຊີແລນ.


1 2 3 4 5