10 ອັນ​ດັບ​ສັດ​ດຶກ​ດຳ​ບັນ ທີ່​ຍັງ​ບໍ່​ສູນ​ພັນ​ໄປ​ຈາກ​ໂລກ

(GMT+08:00) 2013-01-21 09:35:35     cri


ສອງ: ຄ່າງ​​ແດງ​ລັກ​ຄູ​ລ່າ ທີມ​ນັກ​ວິທະຍາ​ສາດ​ຜູ້​ສຶກ​ສາ​ສິ່ງ​ມີ​ຊີວິດ​ໃນ​ປ່າ​ເລິກ​ຂອງ​ອິນ​ໂດ​ນີ​ເຊຍ ເດິນທາງ​ສຳ​ລວດ​ສັດ​ປ່າເພື່ອ​ຖ່າຍຮູບເສືອ​ດາວ ​ແລະ​ລິງ​ອຸ​ລັງ​ອຸ​ຕັງ ແຕ່​ເມື່ອ​ພວກເຂົາ​ນຳ​ພາບ​ທີ່​ບັນ​ທຶກ​ມາ​ເບິ່ງ​ອີກ​ເທື່ອ​ກັບ​ພົບ​ຄ່າງ​​ແດ​ລັກ​ຄູ​ລ່າ ທີ່​ເຊື່ອ​ວ່າ​ສູນ​ພັນ​ໄປ​ເປັນ​ເວລາ​ດົນ ແຕ່​ຍັງ​ບໍ່​ສາມາດ​ສະຫລຸບ​ໄດ້​ວ່າ​ຍັງ​ເຫລືອ​ຢູ່​ຈຳນວນ​ເທົ່າ​ໃດ ທັງ​ນີ້​ສາ​ເຫດ​ມັນ​ມີ​ຊື່​ວ່າ ຄ່າງ​​ແດ​ລັກ​ຄູ​ລ່າ ເນື່ອງ​ຈາກ​ຂົນ​ບໍລິເວນ​ຄໍ​ທີ່​ຍື່ນ​ຍາວ​ອອກ​ມາ​ນັ້ນ ຄ້າຍຄືຄໍເສື້ອ​ຂອງ​ຄ່າງ​​ແດ​ລັກ​ຄູ​ລ່າ ນັ້ນ​ເອງ.


ໜື່ງ: ເຕົ່າ​​ກາ​ລາ​ປາ​ກອດແຫ່ງ​ໝູ່​ເກາະ​ກາ​ລາ​ປາ​ກອດ ມະນຸດ​ຫລົງ​ເຂົ້າໃຈ​ຜິດ​ກັນ​ວ່າ​ສູນ​ພັນ​ໄປ​ແລ້ວ​ກວ່າ 150 ປີ ແຕ່​ລ່າ​ສຸດ ທີມ​ວິ​ໄຈ​ຈາກ​ເຍນ​ມີ​ການ​ກວດ​ພົບ​ພັນ​ທຸ​ກຳ​ຢ່າງ​ນ້ອຍ​ກວ່າ 30 ຕົວ ທີ່​ມີ​ຊີວິດ​ລອດ​ມາ​ດົນ​ຫລາຍ​ປີ ໂດຍ​ອາໄສ​ຢູ່​ບໍລິເວນ​ບ່ອນ​ຮາບ ​ຊັນ​ພູເຂົາ​ໄຟ​ທາງເຫນືອ​ຂອງ​ເກາະ​ອິ​ຊາ​ເບ​ລາ ຊຶ່ງ​ຢູ່​ຫ່າງ​ຈາກ​ຖິ່ນ​ເດີມ​ຂອງ​ບັນພະບຸລຸດ 300 ກິ​ໂລ​ແມັດ​ໃນ​ເກາະ​ຟໍລິ​ນາ ທີ່​ພວກ​ມັນ​ສາບ​ສູນ​ໄປ​ດົນ.


1 2 3 4 5