ຫລັກ​ຫມາຍ​ທາງ​ອັນ​ໃຫມ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສປປ ລາວ​ກັບ ສປ ຈີນ

(GMT+08:00) 2013-09-30 13:26:32     cri

ຢູ່ຕາມບໍລິເວນໂຮງແຮມທີ່ພັກຂອງທ່ານຈູມມາລີໄຊຍະສອນໄດ້ປະດັບດ້ວຍທຸງຊາດຈີນແລະທຸງຊາດລາວ

ແຕ່ວັນທີ 26 –30 ກັນຍາ 2013, ທ່ານຈູມມະລີ ໄຊຍະສອນເລຂາທິການ ໃຫຍ່​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ​ໄດ້​ໄປ​ຢ້ຽມ ຢາມ​ສັນ​ຖະ​ວະ​ໄມ​ຕີ​ຢູ່​ຈີນ​ຢ່າງ​ເປັນ​ທາງ​ການ. ມື້​ດຽວ​ກັນ, ທ່ານ​ຊີ​ຈິ້ນ​ຜິງ ເລ​ຂາ ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ຈັດ​ພິ​ທີ​ຕ້ອນ ຮັບທ່ານຈູມມະລີ ໄຊ​ຍະ​ສອນ, ແລະ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຢູ່​ທີ່​ຫໍ​ສະ ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນ​ຫລວງ​ປັກ​ກິ່ງ.​ຜູ່​ນຳ​ສູງ​ສຸດ​ຂອງ​ສອງ ພັກ​ສອງ​ລັດ​ຖະ​ບານ​ຈີນ​ລາວ​ໄດ້​ລົງ​ເລິກແລກປ່ຽນຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ ຕ່າງໆ​ເຊັ່ນ:​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ,​ການ​ກໍ່​ສ້າງ​ພັກ,​ກໍ່​ຄື​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ວັນທີ 29 ກັນຍານີ້ ຢູ່ທີ່ນະຄອນຄຸນມິງຂອງແຂວງຢຸນນານຈີນ, ທ່ານ ຈູມມະລີ ໄຊ​ຍະ​ສອນ​ໄດ້​ໃຫ້​ສຳ​ພາດ​ຕໍ່ ນັກ​ຂ່າວ cri ກ່ຽວ​ກັບ​ບັນ​ຫາ​ການ ສ້າງ​ສາ​ປະເທດ,​ການ ພົວພັນລະຫວ່າງລາວຈີນແລະ​ບັນ​ຫາກ່ຽວກັບ​ການພົວ ພັນ​ລະ​ຫວ່າງ​ອາຊຽນ​ກັບຈີນ.

ກ່ອນອື່ນ,ທ່ານຈູມມະລີໄຊຍະສອນໄດ້ແນະນຳຜົນ ງານທີ່ພັກແລະ ລັດຖະບານໄດ້​ຮັບ​ໃນ​ການ​ນຳ​ພາ​ປະ​ເທດ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະກິດ​ສັງ​ຄົມ​ຫລັງ​ຈາກ​ໄດ້​ໄຂກອງປະຊຸມ​ໃຫຍ່ຄັ້ງທີ 9 ຂອງພັກປະ​ຊາຊົນປະ​ຕິ​ວັດ​ລາວ ເມື່ອເດືອນມີນາ 2011 ເປັນຕົ້ນມາ.ທ່ານຈູມມະ​ລີ ໄຊ​ຍະ​ສອນ​ເວົ້າວ່າ:

"ກອງປະຊຸມ​ໃຫຍ່​ຂອງ​ພັກ​ປະຊາຊົນ​ປະ​ຕິວັດລາວ​ຄັ້ງທີ 9 ໄດ້ໄຂ ຂຶ້ນໃນເດືອນມີນາ 2011 ທີ່ຜ່ານມາ, ມາເຖິງ​ປະ​ຈຸບັນ​ກໍ່ເປັນ​ເວລາ 2 ປີ ກວ່າ​ແລ້ວ.ໃນ​ກາງ​ປີ 2013, ພວກຂ້າພະເຈົ້າໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 6 ສະ​ໄຫມ​ທີ 9 ຂອງ​ຄະ​ນະ​ບໍລິ​ຫານ​ງານ​ສູນກາງ​ພັກ​ໂດຍ​ໄດ້​ຕີ​ລາ ຄາ​ການ​ຊີ້ນຳ​ນຳ​ພາ​ຂອງ​ສູນ​ກາງ​ພັກຕໍ່​ສະ​ພາບການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 9 ຂອງພັກ, ແຜນ​ພັດ​ທະນາເສດ​ຖະ​ກິດ-ສັງຄົມ​ແຫ່ງ ຊາດ 5 ປີຄັ້ງທີ 7 ເຄິ່ງສະໄຫມ(2011-2013) ເຊິ່ງ​ໂດຍ​ທົ່ວໄປແລ້ວ ຕະ ຫລອດໄລຍະ 2 ປີ​ເຄິ່ງ​ຜ່ານ​ມາ, ສປປ ລາວ ສືບ​ຕໍ່​ມີ​ສະ​ຖຽນ​ລະພາບທາງການ ເມືອງ​ຢ່າງ​ຫນັກ​ແຫນ້ນ,ສັງ​ຄົມ​ຍັງ​ມີ​ຄວາມ​ສະ​ຫງົບ​ປອດໄພ,​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ເສດ​ຖະ​ກິດ​ມີ​ຄວາມ​ຫມັ້ນ​ທ່ຽງ​ໂດຍ​ພື້ນ​ຖານ, ມີການຂະຫຍາຍ ຕົວ​ດ້ວຍ​ອັດ​ຕາ​ການ​ເຕີບ​ໂ​ຕ​ເພີ່ມ​ຂຶ້ນ 8,2% ຕໍ່​ປີ, ລວມ​ຍອດ​ມູນ​ຄ່າ GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ໃນ​ປີ 2012-2013 ໄດ້​ເພີ່ມ​ຂຶ້ນ​ເຖິງ 1500 ໂດ​ລາ.​ປະ​ຈຸ​ບັນ ພວກຂ້າພະ​ເຈົ້າ​ພວມ​ສຸມ​ໃສ່​ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ ປະ​ຊາ​ຊົນ ໂດຍ​ຕິດ​ພັນ​ກັບ​ການ​ປະຕິ​ບັດ​ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ ພັກ​ກ່ຽວ​ກັບ​ວຽກ​ງານ 3 ສ້າງ:​ສ້າງ​ແຂວງ​ໃຫ້​ເປັນ​ຫົວ​ຫນ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ໃຫ້​ເປັນ​ຫົວ​ຫນ່ວຍ​ເຂັ້ມ​ແຂງ​ຮອບ​ດ້ານ, ສ້າງ​ບ້ານ​ໃຫ້​ເປັນ​ຫົວ ຫນ່ວຍ​ພັດ​ທະ​ນາ ໂດຍ​ມີ​ການ​ເຮັດ​ທົດ​ລອງ​ຢູ່ 51 ເມືອງ, 109 ບ້ານ​ເປົ້າ ຫມາຍ​ເພື່ອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ, ສູ້​ຊົນ​ໃຫ້​ບັນ​ລຸ​ເປົ້າ ຫມາຍ​ໃຫ້​ຄອບ​ຄົວ​ທຸກ​ຍາກ​ທົ່ວ​ປະ​ເທດ​ຍັງ​ເຫລືອ​ບໍ່​ເກີນ 10% ໃນປີ 2015.​ການ​ເຄື່ອນ​ໄຫວ​ຕ່າງ​ປະ​ເທດ​ໄດ້​ຮັບການເປີດກວ້າງ, ເຫດ​ການ​ເດັ່ນ​ແມ່ນ ການ​ເປັນ​ເຈົ້າ​ພາບ​ກອງ​ປະ​ຊຸມ​ອາ​ເຊັບ-7 ແລະ ອາເຊັມ-9 ໃນປີ 2012 ຜ່ານ​ມາ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ.ສປປ ລາວ​ໄດ້​ສືບ ຕໍ່​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອຍ​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ​ຢ່າງ​ຫນັກ ແຫນ້ນ​ແລະ​ເຂົ້າ​ສູ່​ລວງ​ເລິກ,​ຕັ້ງ​ຫນ້າ​ເຄື່ອນ​ໄຫວ​ໃນ​ຂອບ​ອາ​ຊຽນ, ສອງ​ຝ່າຍ ແລະ​ຫລາຍ, ພິເສດ ສປປ ລາວ ໄດ້​ຖືກ​ຮັບ​ເຂົ້າ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ​ອົງ ການ​ການ​ຄ້າ​ໂລກ​ໃນ​ປີ 2012. ທັງ​ຫມົດ​ໄດ້​ສືບ​ຕໍ່​ເຊີດ​ຊູ ແລະ ເສີມ​ຂະ​ຫຍາຍ ບົດ​ບາດຂອງ​ຕົນ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ, ປະ​ກອບ​ສ່ວນ​ອັນສຳ​ຄັນເຂົ້າ ໃນ​ການ​ຍາດ​ແຍ່ງການຮ່ວມ​ມື ແລະ​ເປີດ​ກວ້າງ​ເສດ​ຖະ​ກິດ​ກັບ​ຕ່າງ​ປະ​ເທດ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ຕັ້ງ​ຫນ້າ​ດຳ​ເນີນ​ການ​ກະ​ກຽ​ມ​ດ້ານ​ຕ່າງໆ ເພື່ອ​ກ້າວ​ເຂົ້າ​ສູ່​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ໃນ​ປີ 2015."

1 2 3 4