ຫລັກ​ຫມາຍ​ທາງ​ອັນ​ໃຫມ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສປປ ລາວ​ກັບ ສປ ຈີນ

(GMT+08:00) 2013-09-30 13:26:32     cri

ພາຍຫຼັງການສຳພາດສິ້ນສຸດລົງແລ້ວ,ທ່ານຈູມມາລີ ໄຊຍະສອນໄດ້ສົນທະນາກັບນັກຂ່າວCRIຢ່າງເປັນກັນເອງ

ທ່ານຈູມມາລີ ໄຊຍະສອນຖ່າຍຮູບຮ່ວມກັບນັກຂ່າວCRIຄື ສາຍວັນນີແລະກຸຫຼາບ(ຜູ້ຢູ່ຂວາ)

ໃນການຢ້ຽມຢາມຢ່າງເປັນທາງການຢູ່ ສປ ຈີນ ເທື່ອນີ້, ທ່ານຈູມມະລີ ໄຊຍະສອນ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ກັບ​ທ່ານ​ຊີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​ສູນ ກາງພັກກອມມູນິດຈີນ, ປະທານປະເທດຈີນ, ສອງ​ຝ່າຍ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື ກັນ​ກ່ຽວ​ກັບ​ຫລາຍໆ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ການກໍ່ສ້າງພາຍ​ໃນພັກກຳອຳ​ນາດ,ແລະ​ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ເຊັນ​ສັນ​ຍາ​ຮ່ວມມື 10 ກວ່າ​ສະ​ບັບ. ກ່ຽວ​ກັບການ​ພົວພັນ​ລະ​ຫວ່າງ ສປປ ລາວກັບ ສປ ຈີນ, ທ່ານຈູມມະລີ ໄຊຍະ​ສອນ​ກ່າວວ່າ:

"ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 25 ເມສາ 1961, ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາດ ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ ການຖະ​ຫນຸ​ຖະຫນອມບຳລຸງກໍ່ສ້າງ ແລະ ຂະ​ຫຍາຍ​ຕົວ​ຢ່າງບໍ່ຢຸດຢັ້ງ ແລະ ມີ ຫມາກ​ຜົນ​ຕົວ​ຈິງ. ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດມີ ຄວາມຜູກພັນ, ສະຫນິດສະຫນົມ,ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ. ປີ 2009 ຜູ່​ນຳ​ສອງ​ປະ​ເທດ​ໄດ້​ຕົກ​ລົງ​ຍົກ​ລະ​ດັບ​ການ​ພົວ​ພັນ ລາວ-ຈີນຂຶ້ນເປັນການພົວ​ພັນ​ແບບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ອັນ​ນີ້​ໄດ້ ກາຍ​ເປັນ​ພື້ນ​ຖານ​ອັນ​ໃຫມ່​ແລະ​ຫນັກ​ແຫນ້ນ​ສຳ​ລັບ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ລາວ-ຈີນ ໃນ​ໄລ​ຍະ​ໃຫມ່ ບົນ​ພື້ນ​ຖານ​ເປັນ​ຄູ່​ຮ່ວມ​ມື 4 ດີ ຄື:​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ເພື່ອນ​ມິດ​ທີ່​ດີ, ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ ຢ່າງ​ແທ້​ຈິງ.​ໃນ​ປີ​ຜ່ານ​ມາ, ສອງ​ຝ່າຍ​ໄດ​ສືບຕໍ່​ປຶກ​ສາ​ຫາ​ລື ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ກັນ​ທາງດ້ານ​ເນື້ອໃນຂອງ ແຜນ​ປະຕິບັດງານວ່າ​ດ້ວຍ​ການຜັນ​ຂະ​ຫຍາຍ ສາຍ ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ລາວ-ຈີນ ແລະ​ໄດ້​ພ້ອມ​ກັນ ເປັນສັກຂີພິຍານ​ໃນ​ພິທີລົງ​ນາມໃນຄັ້ງນີ້.

ແຜນປະຕິບັດງານດັ່ງກ່າວ, ແມ່ນເອກະສານພື້ນຖານທີ່ສຳຄັນໃນການ ເສີມຂະຫຍາຍສາຍພົວພັນ ລາວ-ຈີນ ໃນ​ອະ​ນາ​ຄົດ, ເຊິ່ງ​ໄດ້​ກຳ​ນົດ​ມາດ​ຕະ ການ​ຂອງການຊຸກຍູ້ການ​ຮ່ວມມື​ລະຫວ່າງສອງຝ່າຍ​ຢ່າງ​ຊັດເຈນ ແລະກວມ ເອົາທຸກໆ​ຂົງເຂດ​ຂອງ​ການ​ຮ່ວມມື ເປັນ​ຕົ້ນ​ແມ່ນ:​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການ​ຮ່ວມ​ມື​ດ້ານ​ເສດ ຖະ​ກິດ-ການ​ຄ້າ, ໂຄງ​ລ່າງ​ພື້ນ​ຖານ​ດ້ານ​ຄົມ​ມະ​ນາ​ຄົມ,​ດ້ານ​ກະ​ສິ​ກຳ, ດ້ານ ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ​ການ​ປຸງ​ແຕ່ງ, ດ້ານພະລັງງານ, ດ້ານ​ການ ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ-ສັງ​ຄົມ, ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ,ດ້ານ ການ​ຫລຸດ​ຜ່ານ​ຄວາມ​ທຸກ​ຍາດ, ການ​ຮ່ວມ​ມື​ໃນ​ເວ​ທີ​ພາກ​ພື້ນ​ແລະ​ສາ​ກົນ ແລະ ດ້ານ​ອື່ນໆ, ເຊິ່ງ​ແຜນ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​ຜົນ ປະ​ໂຫຍດ​ພື້ນ​ຖານ​ຂອງ​ທັງ​ສອ​ງ​ປະ​ເທດ ລາວ-ຈີນ​ເທົ່າ​ນັ້ນ,ແຕ່​ຍັງ​ມີ​ຜົນ​ດີ​ຕໍ່ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະນາ​ຖາວ​ອນຂອງ​ພາກ ພື້ນ​ອີກ​ດ້ວຍ!"

1 2 3 4