ຫລັກ​ຫມາຍ​ທາງ​ອັນ​ໃຫມ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສປປ ລາວ​ກັບ ສປ ຈີນ

(GMT+08:00) 2013-09-30 13:26:32     cri

ເພື່ອສືບຕໍ່ເພີ່ມທະວີການຮ່ວມມືກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ຂຶ້ນ​ເລື້ອຍໆໃນ​ຊຸມປີ​ຕໍ່ຫນ້າ​ນີ້, ທ່ານ​ຈູມ​ມ​ະລີ ໄຊ​ຍະ​ສອນ​ໄດ້​ມີ 4 ຂໍ້ສະເຫນີ​ກ່ຽວ​ກັບການເພີ່ມທະວີການ​ຮ່ວມ​ມືກັນ​ຄືດັ່ງນີ້:

1.ສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມສອງຝ່າຍ ແລະ ການໄປ​ມາ​ຫາ​ສູ່​ກັນ​ຂອງ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ເຊິ່ງ​ກໍ່​ເປັນ​ຫນຶ່ງ​ໃນ​ປັດ​ໃຈ​ທີ່​ສຳຄັນ​ໃນການສ້າງ​ຄວາມ​ເຂົ້າອົກເຂົ້າໃຈ ແລະຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ.

2.ເພີ່ມທະວີການຮ່ວມມືດ້ານເສດຖະກິດ ອາຊຽນ-ຈີນ ໂດຍການກ້າວໄປເຖິງການລຶບລ້າງ​ສິ່ງ​ກີດ​ຂວາງ​ການ​ຄ້າ ແລະ ການ​ລົງ​ທຶນ​ທີ່​ບໍ່​ແມ່ນ​ກຳ​ແພງ​ພາ​ສີ ເພື່ອອຳ​ນວຍ​ຄວາມ​ສະດວກໃຫ້ແກ່ການ​ຈັດ​ຕັ້ງ​ປະ​ຕິບັດເຂດການຄ້າເສລີ ອາຊຽນ-ຈີນ ໃຫ້​ໄດ້​ຮັບຫມາກຜົນຫລາຍ​ຂຶ້ນ​ເລື້ອຍໆ.

3.ເພີ່ມທະວີການຮ່ວມມືໃນການພັດທະນາດ້ານການເຊື່ອມຈອດໂດຍ​ສະ​ເພາະ​ດ້ານ​ໂຄງ​ລ່າງ​ພື້ນ​ຖານ​ເພື່ອ​ເປັນ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ສົ່ງ​ເສີມ​ການ​ຄ້າ, ການລົງທຶນ, ການ​ທ່ອງທ່ຽວ ແລະ ການໄປມາຫາ​ສູ່​ກັນ​ຂອງ​ປະ​ຊາ​ຊົນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ ສປ ຈີນ. ອັນ​ນີ້​ກໍ່​ຈະ​ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ດ້ານ​ການ​ພັດ​ທະ​ນາ​ພາຍ​ໃນ​ອາຊຽນ, ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ອາ​ຊຽນ ໃນການບັນລຸ​ເປົ້າ​ຫມາຍ​ການ​ສ້າງ​ປະ​ຊາ​ຄົມ​ອາຊຽນ​ໃນ​ປີ 2015.

4.ເພີ່ມທະວີການຮ່ວມມດ້ານການພັດທະນາຊັຍພະຍາກອນມະນຸດໃຫ້ແກ່ປະເທດສະມາຊິກໃຫມ່ອາຊຽນ ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ສ້າງ ປະຊາຄົມອາຊຍນໃນປີ 2015.

ໃນຕອນທ້າຍຂອງການສຳພາດ, ທ່ານຈູມມະລີ ໄຊຍະສອນຍັງໄດ້ ມີການຕີລາຄາຕໍ່ແວັບໄຊ​ຂອງ​ພະ​ແນກ​ພາ​ສາ​ລາວ cri . ທ່ານ​ບອກ​ວ່າ ທ່ານ​ໄ​ດ້​ເຂົ້າ​ຕິດ​ຕາມເບິ່ງຂ່າວໃນແວັບໄຊຂອງ cri ທຸກ​ມື້,​ທ່ານ​ຫວັງ​ວ່າ ແວັບ​ໄຊ​ຂອງ cri ຈະ​ມີ​ເນື້ອໃນອຸດົມສົມບູນຂຶ້ນຕື່ມ, ແລະ​ໃຫ້ມີ​ເນື້ອ​ໃນ​ລົງ ເລິກ​ໄປ​ກ່ຽວ​ກັບຂ່າວທີ່ສຳຄັນຫລາຍຂຶ້ນ.ທ່ານຂໍອວຍພອນໃຫ້ແວບໄຊ ຂອງ cri ມີ​ການ​ພັດ​ທະ​ນາ​ອັນ​ໃຫມ່.


1 2 3 4