ຫລັກ​ຫມາຍ​ທາງ​ອັນ​ໃຫມ່​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສປປ ລາວ​ກັບ ສປ ຈີນ

(GMT+08:00) 2013-09-30 13:26:32     cri

ໃນການສຳພາດເທື່ອນີ້, ທ່ານຈູມມະລີ ໄຊຍະສອນຍັງໄດ້ກ່າວເຖິງ ຄວາມ​ຫມາຍ​ຂອງ​ການ​ຢ້ຽມ​ຢາມ​ຢູ່​ປະ​ເທດ​ຈີນ​ເທື່ອ​ນີ້:​"ການ​ຢ້ຽມ​ຢາມ​ປະເ​ທດ​ຈີນ​ເທື່ອ​ນີ້,ເຖິງວ່າມີ​ເວລາ​ສັ້ນ​ຫລາຍ​ກໍ່​ຕາມ, ແຕ່ວ່າ​ຂ້າ​ພະ​ເຈົ້າເອງ​ໄດ້ພົບປະ​ກັບ​ສະຫາຍ​ເລຂາ​ທິການໃຫຍ່ປະ​ທານ​ປະ ເທດ​ສີ​ຈິ້ນ​ຜິງທີ່​ເປັນ​ຜູ່ນຳ​ລຸ່ນ​ໃຫມ່​ຂອງ​ປະ​ເທດ​ຈີນ,ເຖິງຈະແມ່ນລຸ່ນໃຫມ່ແຕ່​ກໍ່​ແມ່ນ​ເພື່ອນ​ເກົ່າ​ມາ​ແຕ່ດົນ. ການ​ພົບ​ປະ​ໃນ​ຄັ້ງ​ນີ້​ໄດ້​ມີ​ເນື້ອ​ໃນໃຫມ່​ຫລາຍ​ອັນ, ເປັນ​ການ​ເປີດ​ບັ້ນ​ໃຫມ່​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ຕໍ່​ຫນ້າ.​ເທື່ອ​ນີ້,ທັງ​ສອງ​ຝ່າຍ​ໄດ້ ເຊັນ​ສັນ​ຍາ 10 ກວ່າ​ສະ​ບັບ,ເຊິ່ງ​ເປັນ​ພື້ນ​ຖານ​ອັນ​ຫນັກ​ແຫນ້ນ​ໃຫ້​ແກ່​ການ​ພັດ ທະ​ນາ​ປະ​ຊາ​ຊົນ​ປະ​ເທດ​ລາວ​ຂອງ​ພວກ​ເຮົາ.​ເວົ້າ​ເຖິງ​ການ​ຮ່ວມ​ມື​ແລ້ວ, ເຫັນ​ວ່າ​ປະ​ເທດ​ຈີນ​ຍັງ​ໄດ້​ໃຫ້​ການ​ຊ່ວຍ​ຫນູນ ຊ່ອຍ​ເຫລືອ,​ໃຫ້​ການ​ຮ່ວມ​ມື ຮ່ວມ​ມື​ກັບ ສປປ ລາວ​ແຕ່​ສະ​ໄຫມ​ໃດ​ມາ ເຊິ່ງ​ນັບ​ແຕ່​ສະ​ໄຫມ​ຕໍ່​ສູ້​ກູ້​ຊາດ ຈົນສ​ະໄຫມ​ສ້າງ​ສາ.ສະ​ນັ້ນ, ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຖື​ເປັນ​ຂີດ​ຫມາຍ​ໃຫມ່, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຮູ້​ສຶກ​ປິ​ຕິ​ຊົມ​ເຊີນ​ເປັນ​ຢ່າງ​ຍິ່ງ ເຫັນ​ວ່າເພື່ອນຍຸດ ທະ​ສາດ​ທັງ​ສອງ​ຝ່າຍ​ເຮົາ​ລ້ວນ​ແຕ່​ມີ​ຄວາມ​ຊື່​ສັດ ຄວາມ​ຈິງ​ໃຈ​ຕໍ່​ກັນ​ມີ​ອຸ​ດົມ ການ​ອັນ​ດຽວກັນ,ຄິດວ່າປະ​ເທດຊາດຂອງ​ພວກເຮົາຈະກ້າວ​ໄປ​ຫນ້າ​ໄປ​ຕາມ​ທິດ​ສັງ​ຄົມນິຍົມ."

ປີນີ້ແມ່ນການຄົບຮອບ 10 ປີ ແຫ່ງການສ້າງການພົວພັນຄູ່ຮ່ວມມືຍຸດ ທະ​ສາດ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ.ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI , ທ່ານ​ຈູມ​ມ​ລີ ໄຊຍະສອນ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການຮ່ວມມືອາຊຽນ-ຈີນ ຕະ​ຫລອດ​ໄລຍະ​ຜ່ານ​ມາ​ທີ່​ມີ​ຫມາກ​ມີ​ຜົນ​ອັນ​ໃຫຍ່​ຫລວງໃນ​ຫລາຍ​ດ້ານ​ກວມ​ເອົາ​ທຸກ​ຂົງ​ເຂດ: ​ການ​ເມືອງ-ຄວາມ​ຫມັ້ນ​ຄົງ, ເສດ​ຖະກິດ ແລະວັດທະ ນະທຳ-ສັງຄົມ ອັນ​ໄດ້​ເຮັດໃຫ້ ສປ ຈີນ​ກາຍ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ປະ​ເທດ ທຳອິດ​ຂອງ​ອາຊ​ຽນ​ໃນປີ 2003.

ທ່ານຈູມມະລີ ໄຊຍະສອນກ່າວວ່າ:"ຕະຫລອດໄລຍະ 10 ປີຂອງການ ເປັນຄູ່ຮ່​ວມ​ຍຸດ​ທະ​ສາດ, ການ​ຮ່ວມ​ມື ອາ​ຊຽນ-ຈີນ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ ເປັນ​ກ້າວໆມາ ໂດຍສ​ະເພາະໃນ​ຂົງເຂດ​ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວັດ​ທ​ະນະ​ທຳ-ສັງ​ຄົມ ແລະ ການ​ທ່ອງ​ທ່ຽວ. ສິ່ງ​ເຫລົ່າ​ນີ້ ໄດ້​ກາຍ​ເປັນ​ພື້ນ​ຖານ​ໃຫ້ແກ່ການເພີ່ມທະວີການຮ່ວມມື​,ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ແລະກັນ ບົນພື້ນຖານ​ການ​ເປັນ​ເພື່ອນ​ບ້ານ​ທີ່​ດີ ເຊິ່ງ​ບໍ່​ສະ​ເພາະ​ແຕ່​ໄດ້​ນຳ​ຜົນ​ປະ​ໂຫຍດ​ມາ​ສູ່​ອາ​ຊຽນ ແລະ ສປ ຈີນເທົ່ານັ້ນ, ແຕ່​ຍັງ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ານ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ໃນພາກ​ພື້ນ​ອາ​ຊີຕາເວັນອອກ ແລະ​ໃນ​ໂລກ​ອີກ​ດ້ວຍ. ດັ່​ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈິ່ງ​ເຫັນ​ວ່າ​ສາຍ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນ ແລະ​ຈີນ ເປັນສາຍ​ພົພວັນຍຸດທະສາດ​ທີ່​ເຂັ້ມ​ແຂງ, ຮອບ​ດ້ານ ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເຊິ່ງ​ອາ​ຊຽນ ແລະ ສປ ຈີນ ຄວນ​ສືບ​ຕໍ່​ຮັກ​ສາ​ການ​ຮ່ວມ​ມື​ອັນ​ດີ​ນີ້ ແລະ ພ້ອມ​ກັນ​ເສີມ​ຂະ​ຫຍາຍ​ໃຫ້​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ."
1 2 3 4