ຜູ້ນຳ​ຈີນ​ລົງ​ຢ້ຽມຢາ​ມປະຊາຊົນເຂດ​ຮາກຖານ​ອີກ​​ຄັ້ງ​ໃໝ່ກ່ອນ​ບຸນ​ກຸດ​ຈີນ​
2014-01-30 16:08:13  cri 

ວັນທີ 27 ມັງກອນນີ້,ທ່ານສີຈິ້ນຜິງໄປຢາມແມ່ເຖົ້າມາຈິເກີ ຊາວລ້ຽງສັດຢູ່ນະຄອນຊີລິນໂກວເລີ້ເຂດປົກຄອງຕົນເອງມົງໂກໃນ

ບຸນ​ກຸດ​ຈີນ​ປີ​ມະ​ເມຍ​ຕາມ​ຈັນທະຄະຕິ​ຈີນ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ​ມາ. ​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ທີ່​ເປັນ​ບຸນ​ປະ​​ເພ​ນີ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຊາວ​ຈີນ​ໃກ້​ຈະ​ມາ​ເຖິງ, ບັນ​ດາ​ຜູ້​ນຳ​ຈີນ​ເຊັ່ນ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ທ່ານ​ຫຼີ້​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຕ່າງ​ໄດ້​ລົງ​ທ້ອງ​ຖິ່ນ​ຕ່າງໆ​ເຊັ່ນ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ,ແຂວງ​ສ້ານ​ຊີ່​ແລະ​ອື່ນໆ​ໃນ​ເມື່ອ​ມໍ່ໆ​ມາ​ນີ້, ບັນ​ດາ​ທ່ານຜູ້​ນຳ​ໄດ້​ເດີນ​ທາງ​ໄປ​ເຖິງ​ເມືອງ​ນ້ອຍ​ເຂດ ຊາຍ​ແດນ​ທີ່​ປົກ​ຫຸ້ມ​ດ້ວຍ​ຫິ​ມະ​ຂາວ​, ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ທີ່​ຢູ່​ພູ​ສິນ​ລິງ​ທີ່ ຢູ່​ເຂດ​ພູ​ດອຍຫ່າງໄກສອກຫຼີກ, ເພື່ອ​ອວຍ​ໄຊ​ໃຫ້​ພອນ​ບຸນ​ກຸດ​ຈີນ​ຕໍ່​ປະ​ຊາ​ຊົນ​ທົ່ວໄປ,​ໃນ​ໄລ​ຍະ ທີ່​ທ່ານ​ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ​ລົງ​ຢ້ຽມ​ຢາມ​ຢູ່​ເຂດ​ມົງ​ໂກ​ໃນ,​ທ່ານ​ຍັງ​ໄດ້​ອວຍ​ພອນ​ປີ​ໃໝ່ ຕໍ່​ປະ​ຊາ​ຊົນ​ທົ່ວ​ທັງ​ຊາດ​ຈົ່ງ​ມີ​ຄວາມ​ກ້າວ​ໜ້າ​ແລະ​ມີ​ຜົນ​ສຳ​ເລັດ​ໃນ​ປີ​ໃໝ່​ປີ​ມະ​ເມຍ​ທີ່​ຈະ​ມາ​ເຖິງ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ