ຜູ້ນຳ​ຈີນ​ລົງ​ຢ້ຽມຢາ​ມປະຊາຊົນເຂດ​ຮາກຖານ​ອີກ​​ຄັ້ງ​ໃໝ່ກ່ອນ​ບຸນ​ກຸດ​ຈີນ​
2014-01-30 16:08:13  cri 

ວັນທີ27 ມັງກອນນີ້, ທ່ານສີຈິ້ນຜິງໂບກມື​ຖາມ​ສະ​ບາຍ​ໃສ່​ປະ​ຊາ​ຊົນ​ຊາວ​ລ້ຽງ​ສັດ​ໃນ​ເທດ​ສະ​ການ​ນາ​ດາມ​ລະ​ດູ​ໜາວ​ຂອງ​ບ້ານ​ປາວ​ລີ​ເກິ່ນ​ຊູ​ມູ້​ເມືອງ​ຊີ​ລິນ​ຮາວ​ເທີ້​ເຂດ​ປົກ​ຄົງ​ຕົນ​ເອງ​ມົງ​ໂກ​ໃນ

ບົດ​microblog​ແລະ​ຮູບ​ພາບກ່ຽວ​ກັບທ່ານ​ສີ​ຈິ້ນ​ຜິ​ງປະກົດ​ຕົວ​ຢູ່​ທົ່ງ​ຫຍ້າ​ທີ່​ກວ້າງ​ໃຫຍ່​ໂດຍ​ໃສ່​ໝວກ​ກັນ​ໜາວ,​ມີ​ຜ້າຮາ​ຕາສີ​ຄາມ​ຄ້ອງ​ຄໍຖືກ​​ຊາວ​ເນັດ​ເຜີຍແຜ່ຢູ່​ໃນ​ອິນ​ເຕີ​ເນັດ​​ໂດຍ​ທັນທີ​ແລະ​ກາຍ​ເປັນ​ເລື່ອງ​ເດັ່ນ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໃນ​ອິນ​ເຕີ​ເນັດ, ຊາວ​ເນັດ​ຈຳນວນ​ຫຼວງ​ຫຼາຍ​ພາກັນ​ກ່າວ​ວ່າ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຮູ້​ສຶກ​ອົບ​ອຸ່ນ​ແລະ​ພາກ​ພູມ​ໃຈ​ຫຼາຍ, ມີ​ຊາວ​ເນັດ​ຈຳນວນ​ບໍ່​ໜ້ອຍ​ຈົນ​ໄດ້​ສະ​ແດງ​ຄວາມ​ປາ​ຖະ​ໜາ​ໂດຍ​ກົງ​ຜ່ານ​ທາງ​ອິນ​ເຕີ​ເນັດ​ວ່າ,ຫວັງ​ວ່າ​ "ລຸງ​ສີ​ສິ້ນ​ຜິ​ງ" ຈະ​ໄປ​ເປັນ​ແຂກ​ເພື່ອ​ສະ​ຫຼອງ​ປີ​ໃໝ່​ຮ່ວມ​ຢູ່​ບ້ານ​ຂອງ​ຕົນ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ