ວັນທີ 23 ເມສານີ້, ສູນປະສານງານຮ່ວມຂອງອົດສະຕຣາລີເພື່ອຄົ້ນຫາຖ້ຽວບິນ MH 370 ຂອງມາເລເຊຍທີ່ຫາຍສາບສູນໄປໄດ້ປະກາດວ່າ, ໜ້າທີ່ຊອກຄົ້ນຫາຕາມພື້ນທະເລຄັ້ງທີ 10 ທີ່ຍານຄົ້ນຫາໃຕ້ນ້ຳອັດຕະໂນມັດທີ່ມີຊື່ວ່າ "ບຼູຟິນ-21"ເລີ່ມປະຕິບັດການໃນວັນທີ 22 ເມສານີ້ໄດ້ສິ້ນສຸດລົງແລ້ວໃນຕອນເຊົ້າວັນທີ 23 ເມສານີ້. ປະຈຸບັນ, ໄດ້ສຳເລັດໜ້າທີ່ຄົ້ນຫາເຂດທະເລໃຈກາງຫຼາຍກວ່າ 80% ແລ້ວ,ແຕ່ບໍ່ໄດ້ພົບເຫັນຫຍັງ.ວັນທີ 23 ເມສານີ້, ສູນປະສານງານຮ່ວມໄດ້ຢືນຢັນຕໍ່ຕົວເລກຂໍ້ມູນດັ່ງກ່າວ, ນີ້ໝາຍຄວາມວ່າຈະສາມາດສຳເລັດໜ້າທີ່ຄົ້ນຫາຕາມພື້ນທະເລຂອງເຂດທະເລໃຈກາງພາຍໃນຫຼາຍມື້ຕໍ່ໜ້າ.