ງານລ້ຽງຮັບຮອງ​ຜູ້​ຊ່ຽວຊານຕ່າງປະ​ເທດ​ທີ່​ເປັນ​ການ​ສະຫຼອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 65 ປີຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ
2014-09-29 15:06:33  cri 

ງານລ້ຽງ​ຮັບຮອງຜູ້​ຊ່ຽວຊານຕ່າງປະ​ເທດ​ທີ່​ເປັນ​ການ​ສະຫຼອງວັນຊາດ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​​ຄົບຮອບ 65 ປີ​ໄດ້ຈັດ​ຂຶ້ນ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່ນະຄອນຫຼວງ​ປັກ​ກິ່ງ​ໃນຕອນ​ຄ່ຳ​ວັນ​ທີ 28 ກັນຍາ​ນີ້. ທ່ານ​ລີ​ວຢຸນຊ່ານ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ, ​ເລຂາ​ທິການສູນ​ກາງ​ພັກ​ຄອມ​ມູນິດຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ແລະ​ກ່າວ​ຄຳ​ປາ​ໄສ, ​​ໂດຍໄດ້​ຕາງໜ້າ​ລັດຖະບານ​ຈີນ, ຕາງໜ້າ​ທ່ານ​ປະທານ​ປະ​ເທດສີ​ຈິ້ນ​ຜິ​ງ, ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ແລະ​ຄວາມຢື້​ຢາມ​ຖາວຂ່າວ​ຢ່າງອົບ​ອຸ່ນຕໍ່​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແລະ​​ເພື່ອນ​ມິດສາ​ກົນ​ທີ່​ເອົາ​ໃຈ​ໃສ່, ສະ​ໜັບສະ​ໜູນ​ແລະ​ເຂົ້າ​ຮ່ວມ​ພາລະກິດ​ການ​ປະຕິ​ຮູບ​ແລະ​ການ​ກໍ່ສ້າງ​ຂອງ​ຈີນ.

ທ່ານ​ລິວ​ຢຸນຊ່ານ​ກ່າວ​ວ່າ, ຜົນສຳ​ເລັດ​ດ້ານ​ການ​ພັດທະນາ​ຂອງ​ປະ​ເທດ​ຈີນ​ໃໝ່​ໃນ 65 ປີຜ່ານມາ, ​ໄດ້​​​ເປັນ​ການເຕົ້າ​ໂຮມ​ເອົາ​ການ​ປະ​ກອບ​ສ່ວນ​ທີ່​ພົ້ນ​​ເດັ່ນ​ຂອງ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ແລະ​​ເພື່ອນ​ມິດສາກົນ​ທີ່​ເຮັດ​ວຽກ​ຢູ່​ຈີນ​ທັງ​ໝົດ. ​ໃນ 65 ປີຜ່ານມາ, ວຽກ​ງານຂອງ​ຈີນ​ໃນ​ການ​ດຶງ​ດູດ​ຜູ້​ມີ​ຄວາມ​ສາມາດ​ຂອງຕ່າງປະ​ເທດ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ, ຜູ້​ຊ່ຽວຊານ​ຕ່າງປະ​ເທ​ດຈຳນວນ​ຫຼວງ​ຫຼາຍ​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວຫັນຢູ່​ໃນ​ຫຼາຍ​ຂົງ​ເຂດບໍ່​ວ່າ​ຈະ​ເປັນຂົງ​ເຂດ​ເສດຖະກິດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ​, ວັດທະນະທຳ​ແລະ​ຂົງ​ເຂດ​ອື່ນໆຂອງ​ຈີນ. ບັນດາ​ທ່ານຜູ້​ຊ່ຽວຊານ​ຕ່າງປະ​ເທດ​​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປະຕິ​ຮູບການ​ໄຂ​ປະຕູ​ສູ່​ໂລກ​ພາຍ​ນອກ​ແລະການ​ສ້າງສາ​ແບບ​ທັນ​ສະ​ໄໝ​ຂອງ​ຈີນ, ​ເຊິ່ງປະຊາຊົນ​ຈີນ​ຈະ​ຈົດ​ຈຳ​ໄວ້​​ໃນ​ໃຈ​ຕະຫຼອດ​ໄປ.

ທ່ານ​ລິວ​ຢຸນຊ່ານ​ກ່າວ​ເນັ້ນ​ວ່າ, ພວກ​ຂ້າພະ​ເຈົ້າ​ຈະ​ປັບປຸງ​ກົນ​ໄກ​ແລະ​ວິທີ​ໃນ​ການນຳ​ເຂົ້າ​ຜູ້​ມີ​ຄວາມ​ສາມາດຈາກ​ຕ່າງປະ​ເທດ​ໃຫ້​ອຸດົມສົມບູນ​ຂຶ້ນ, ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ແທ້​ຈິງ, ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຜູ້​ມີ​ຄວາມ​ສາມາດ​ຕ່າງປະ​ເທດ, ​ເຮັດ​ໃຫ້​ຜູ້​ມີ​ຄວາມ​ສາມາດ​ປະ​ເພດ​ຕ່າງໆ​ທີ່​ມາ​ຢູ່​ຈີນ​ສາມາດ​ເຮັດ​ວຽກ​ຢ່າງ​ສະບາຍ​ໃຈ​ແລະ​ດຳລົງ​ຊີວິດດ້ວຍ​ຄວາມ​ໄວ້​ວາງ​ໃຈ, ຈັດ​ວາງ​ທຸກ​ພາກສ່ວນ​ໃຫ້​ໄດ້​ຢູ່​ບ່ອນ​ທີ່​ເໝາະສົມ, ​ແລະຕ່າງ​ຄົນ​ຕ່າງ​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ຕົນ. ຫວັງ​ຢາກ​ໃຫ້​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ເປັນ​ທູດ​ພື້ນ​ເມືອງ​ໃນ​ການ​ແລກປ່ຽນ​ຮ່ວມ​ມື​ລະຫວ່າງຈີນ​ກັບ​ຕ່າງປະ​ເທດ, ​ເຮັດ​ໃຫ້​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ຕໍ່​ຈີນ​ໃນ​ປະຈຸ​ບັນ, ​ແລະ​ເພີ່ມ​ທະວີ​ມິດຕະພາບ​ກັບ​ປະຊາຊົນ​ຈີນ.

1 2 3
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ