ງານລ້ຽງຮັບຮອງຜູ້ຊ່ຽວຊານຕ່າງປະເທດທີ່ເປັນການສະຫຼອງວັນຊາດຂອງສາທາລະນະລັດປະຊາຊົນຈີນຄົບຮອບ 65 ປີໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນຕອນຄ່ຳວັນທີ 28 ກັນຍານີ້. ທ່ານລີວຢຸນຊ່ານ(ຊ້າຍ), ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມງານແລະກ່າວຄຳປາໄສ, ໂດຍໄດ້ຕາງໜ້າລັດຖະບານຈີນ, ຕາງໜ້າທ່ານປະທານປະເທດສີຈິ້ນຜິງ, ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈແລະຄວາມຢື້ຢາມຖາວຂ່າວຢ່າງອົບອຸ່ນຕໍ່ຜູ້ຊ່ຽວຊານຕ່າງປະເທດແລະເພື່ອນມິດສາກົນທີ່ເອົາໃຈໃສ່, ສະໜັບສະໜູນແລະເຂົ້າຮ່ວມພາລະກິດການປະຕິຮູບແລະການກໍ່ສ້າງຂອງຈີນ.