ຈັດ​ພິທີ​ວາງ​ສີ​ລາ​ລືກໂຄງການ​ກໍ່ສ້າງ​ສຳນັກງານ​​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວທີ່​ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ
2015-02-13 18:52:47  cri 

ຕາມ​ຂ່າວ CRI ລາຍ​ງານ​ວ່າ: ພິທີ​ວາງ​ສີ​ລາ​ລືກ​ຂອງ​ໂຄງການ​ສຳນັກງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ທີ່​ຈີນ​ເປັນ​ຜູ້​ຊ່ວຍ​ເຫຼື​ອກໍ່ສ້າງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 13 ກຸມພາ​ນີ້, ທ່ານ​ຄຳ​ພັນ ພົມ​ມະ​ທັດ ​ເລຂາ​ຄະນະ​ພັກ ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ​ດຣ ຄຳ​ສຸກ ​ໄ​ຊຍະ​ສອນ ຮອງ​ເລຂາ​ຄະນະ​ພັກ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຮັບຜິດຊອບ​ໂຄງການ​ກໍ່ສ້າງ, ທ່ານ​ຖົງ​ຕ້າວ​ສື ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ, ທ່ານ​ກ່ວນຮວາ​ປິ່ນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາ​ລືກ.


ທ່ານ​ດຣ ຄຳ​ສຸກ ​ໄຊ​ຍະ​ສອນ ​ໄດ້​ຕາງໜ້າ​ຝ່າຍ​ລາວ​ກ່າວ​ຄຳ​ປາ​ໄສ​​ໂດຍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ແລະຄວາມ​ຮູ້​ບຸນຄຸນອັນ​ລົ້ນ​ເຫຼືອ​ໄປ​ຍັງ​ສູນ​ກາງ​ພັກ, ລັດຖະບານ​ແລະ​ປະຊາຊົນ​ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​​ເຫຼືອ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ພັກ, ລັດ​ແລະ​ປະຊາຊົນ​ລາວ​ຢ່າງ​ຈິງ​ໃຈ.

​ໂອກາດ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ດັ່ງກ່າວ, ທ່ານ​ຖົງ​ຕ້າວ​ສື ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ໄດ້​ກ່າວ​ວ່າ ​ໂຄງການ​ກໍ່ສ້າງ​ອາຄານ​ເຮັດ​ວຽກ​ຂອງ​ສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ເປັນ​ອີກໂຄງການ​ໜຶ່ງ​ອັນ​ສຳຄັນ​ທີ່​ປະ​ເທດ​ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ ນອກຈາກ​ໂຄງການ​ສູນ​ປະຊຸມ​ສາກົນ (ຫໍ​ປະຊຸມ​ແຫ່ງ​ຊາດ), ​ເປັນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຂອງ​ສອງ​ພັກ ​ແລະລັດຖະບານຈີນ-ລາວ​ໃນ​ຍຸກ​ສະ​ໄໝ​ໃໝ່, ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ ​ແລະ​ລັດຖະບານ​ຈີນ-ລາວ​ຕື່ມ​ອີກ, ​ໃຫ້ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​​ແກ່​ພາລະກິດ​ສັງຄົມ​ນິຍົມ​ແລະ​ການ​ພັດທະນາ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ລາວ.

ຕາມ​ຂ່າວ​ແຈ້ງວ່າ ​ໂດຍ​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຈາກ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເຫັນ​ດີ​ຊ່ວຍ​ເຫຼືອ​ກໍ່ສ້າງ​ໂຄງການ​ອາຄານ​ເຮັດ​ວຽກ​ຂອງສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ​ເຊິ່ງ​ໂຄງການນີ້​ໄດ້​ກວມ​ເນື້ອ​ທີ່ 22.000 ຕາ​ແມັດ, ນອກຈາກ​ມີ​ຫ້ອງ​ເຮັດ​ວຽກ​ປະ​ເພດ​ຕ່າງໆ​ແລ້ວ​ຍັງ​ສ້າງ​ໃຫ້​ມີ​ຫ້ອງ​ປະຊຸມທີ່​ສາມາດ​ບັນຈຸ​ໄດ້​ພັນ​ຄົນ​ແລະ​ສະຖານ​ທີ່​ປະຊຸມ​ຫຼາຍ​ແຫ່ງ​ອີກ​ດ້ວຍ, ພາຍຫຼັງ​ໂຄງການ​ດັ່ງກ່າວ​ນີ້​ສ້າງ​ສຳ​ເລັດ​ແລ້ວ ຈະ​ສາມາດ​ປັບປຸງ​​ເງື່ອນ​ໄຂ​ການ​ເຮັດ​ວຽກ​ຂອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ