ຕາມຂ່າວ CRI ລາຍງານວ່າ: ພິທີວາງສີລາລືກຂອງໂຄງການສຳນັກງານສູນກາງພັກປະຊາຊົນປະຕິວັດລາວທີ່ຈີນເປັນຜູ້ຊ່ວຍເຫຼືອກໍ່ສ້າງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 13 ກຸມພານີ້, ທ່ານຄຳພັນ ພົມມະທັດ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ, ທ່ານດຣ ຄຳສຸກ ໄຊຍະສອນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະຮັບຜິດຊອບໂຄງການກໍ່ສ້າງ, ທ່ານຖົງຕ້າວສື ຜູ້ຊ່ວຍລັດຖະມົນຕີວ່າການກະຊວງການຄ້າຈີນ, ທ່ານກ່ວນຮວາປິ່ນ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ເຂົ້າຮ່ວມພິທີວາງສີລາລືກ.