ທະນາຄານແຫ່ງປະເທດຈີນສາຂາວຽງຈັນເປີດບໍລິການ

2015-03-27 17:34:30  cri 

  ວັນທີ 26 ມີນານີ້, ທະນາຄານແຫ່ງປະເທດຈີນສາຂາວຽງຈັນ ໄດ້ຈັດພິທີເປີດບໍລິການ. ທ່ານສົມພາວ ໄພສິດ, ຜູ້ວ່າການທະນາຄານ ແຫ່ງສປປລາວ, ທ່ານສີທົງ ສິລິລືໄຊ, ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ທ່ານສົມຈິດ ອິນທະມິດ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາ ຫະກຳການຄ້າລາວ, ທ່ານຫຼີຈາວຮາງ, ຮອງຜູ້ວ່າການທະນາຄານແຫ່ງປະເທດຈີນ ແລະທ່ານກ່ວນຮວາປິງ, ເອກອັກຄະ ລັດຖະທູດຈີນປະຈຳລາວໄດ້ເຂົ້າຮ່ວມພິທີໃນຄັ້ງນີ້.

  ທ່ານກ່ວນຮວາປິງ, ເອກອັກຄະລັດຖະທູດຈີນປະຈຳລາວໄດ້ກ່າວໃນພິທີວ່າ, ໃນປີ 2014, ການແລກປ່ຽນແລະການຮ່ວມມືກັນລະຫວ່າງ ສອງປະເທດຈີນ-ລາວໃນທຸກຂົງເຂດໄດ້ຮັບການເພີ່ມທະວີຂຶ້ນຢ່າງຮອບດ້ານ, ແລະໄດ້ຮັບໝາກຜົນທີ່ອຸດົມສົມບູນ. ຕາມສະຖິຕິຂອງຝ່າຍ ຈີນ, ໃນປີ 2014, ມູນຄ່າການຄ້າລະຫວ່າງຈີນກັບລາວໄດ້ບັນລຸ 3 ຕື້ 614 ລ້ານໂດລາ, ຈີນໄດ້ລົງທຶນຕໍ່ຂະແໜງການທີ່ບໍ່ແມ່ນການທະ ນາຄານຂອງປະເທດລາວໃນຈຳນວນ 997 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 24,1% ເມື່ອທຽບໃສ່ປີ 2013, ໄດ້ຮັບເໝົາໂຄງການຢູ່ລາວ ຕົກເປັນມູນຄ່າ 3 ຕື້ 690 ລ້ານໂດລາ, ເພີ່ມຂຶ້ນ 26,2% ເມື່ອທຽບໃສ່ປີ 2013. ໃນປີ 2014 ທີ່ຜ່ານມາ, ໂຄງການໃຫຍ່ຫຼາຍໂຄງການ ທີ່ຈີນລົງທຶນ, ຊ່ວຍເຫຼືອ ແລະປ່ອຍເງິນກູ້ໃຫ້ລາວນັ້ນ ລ້ວນແຕ່ໄດ້ຮັບຄວາມຄືບໜ້າທີ່ດີ.ທະນາຄານແຫ່ງປະເທດຈີນແມ່ນທະນາຄານແຫ່ງ ລັດຂອງຈີນແຫ່ງທີສອງທີ່ຕັ້ງສາຂາຢູ່ ນະຄອນຫຼວງວຽງຈັນ, ເຊິ່ງມີຄວາມໝາຍອັນສຳຄັນເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ການຄ້າລະຫວ່າງສອງຝ່າຍຈີນ-ລາວ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ