ທະນາຄານແຫ່ງປະເທດຈີນສາຂາວຽງຈັນເປີດບໍລິການ

2015-03-27 17:34:30  cri 


  ທ່ານຫຼີຈາວຮາງ, ຮອງຜູ້ວ່າການທະນາຄານແຫ່ງປະເທດຈີນກ່າວເປີດພິທີວ່າ, ທະນາຄານແຫ່ງປະເທດຈີນຈະຖືສາຂາວຽງຈັນເປັນຈຸດ ເລີ່ມຕົ້ນ, ເສີມຂະຫຍາຍທ່າແຮງຂອງກຸ່ມບໍລິສັດໃນດ້ານການບໍລິການຂ້າມຊາດ, ອາໄສແທ່ນທຸລະກິດທີ່ມີຫຼາຍເຄົ້າແລະຄວາມສາມາດໃຫ້ ບໍລິການ ແບບວິຊາການ, ເພື່ອສະໜອງການບໍລິການດ້ານການທະນາຄານທີ່ຮອບດ້ານແກ່ເພື່ອນມິດໃນວົງການຕ່າງໆຂອງສອງປະເທດ, ອອກແຮງສະໜັບສະໜູນການພັດທະນາເສດຖະກິດສັງຄົມຂອງລາວ, ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອຊຸກຍູ້ການໄປມາຫາສູ່ກັນ ດ້ານເສດຖະກິດການຄ້າແລະການຮ່ວມມືດ້ານການທະນາຄານລະຫວ່າງຈີນກັບລາວກໍຄືພາກພື້ນອາຊຽນ.

  ທ່ານ ດຣ. ສົມພາວ ໄຟສິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວກ່າວວ່າ, ທະນາຄານແຫ່ງປະເທດຈີນໄດ້ສ້າງຕັ້ງຂຶ້ນໃນປີ 1912, ມີປະຫວັດຫວັດການເຄື່ອນໄຫວທາງດ້ານທຸລະກິດທະນາຄານເປັນເວລາຍາວນານ, ເປັນທະນາຄານທີ່ມີຊື່ສຽງໃນລະດັບສາກົນ, ມີຄວາມ ເຂັ້ມແຂງແລະ ໝັ້ນຄົງ. ສະນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າທະນາຄານແຫ່ງປະເທດຈີນສາຂານະຄອນຫຼວງວຽງຈັນ ຈະນຳເອົາຮູບແບບການ ບໍລິຫານແບບມືອາຊີບ, ເຕັກໂນໂລຍີທີ່ທັນສະໄໝ, ຜະລິດຕະພັນທາງດ້ານການເງິນທີ່ຫຼາກຫຼາຍມາບໍລິການແກ່ສັງຄົມຢູ່ ສປປ ລາວ. ທະນາຄານດັ່ງກ່າວຈະເຂົ້າ ຮ່ວມເຄື່ອນໄຫວຢ່າງຕັ້ງໜ້າໃນຂະແໜງທະນາຄານຂອງ ສປປ ລາວ ບົນພື້ນຖານການແຂ່ງຂັນທີ່ຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ ແລະ ປະກອບສ່ວນສ້າງບົດບາດຂອງທະນາຄານທຸລະກິດໃນການເຊື່ອມຕໍ່ດ້ານທຸລະກິດທະນາຄານລະ ຫວ່າງສປປລາວ

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ