ສື່ຕ່າງປະເທດລາຍງານໃນວັນທີ 16 ສິງຫານີ້ວ່າ: ຢູ່ຣັດເຊຍມີຂຸມເພັດແຫ່ງໜຶ່ງທີ່ມີມູນຄ່າ 13 ຕື້ປອນຫຼືປະມານ 16 ຕື້ 800 ລ້ານໂດລາສະຫະລັດ. ເນື່ອງຈາກວ່າຂຸມດັ່ງກ່າວໃຫຍ່ໂພດຈົນອາດຈະກາຍເປັນລົມໝູນດູດເອົາເຮືອບິນທີ່ບິນຢູ່ເທິງຂຸມນັ້ນລົງຂຸມໄດ້. ດ້ວຍເຫດນີ້, ອົງການປົກຄອງທ້ອງຖິ່ນດັ່ງກ່າວຈິ່ງໄດ້ປະກາດຫ້າມບໍ່ໃຫ້ຍົນເຮລິກົບແຕບິນຢູ່ເທິງຂຸມດັ່ງກ່າວເຊິ່ງຂຸມໃຫຍ່ດັ່ງກ່າວນີ້ເອີ້ນວ່າ "ຂຸມທີ່ມີມູນຄ່າສູງສຸດໃນໂລກ."