ໃນພິທີຖະແຫຼງຂ່າວກ່ຽວກັບກິດຈະກຳຮັບສະໝັກການຕັ້ງຊື່ແລະອອກແບບເຄື່ອງໝາຍຮູບພາບຂອງໂຄງການສຳຫຼວດດາວອັງຄານຈີນທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 23 ສິງຫານີ້ ໄດ້ເຜີຍແຜ່ຮູບຍານສຳຫຼວດດາວອັງຄານແລະລົດດາວອັງຄານໜ່ວຍທຳອິດຂອງປະເທດຕົນເປັນເທື່ອທຳອິດ. ຕາມແຜນການແລ້ວ, ຈີນຈະປະຕິບັດໜ້າທີ່ສຳຫຼວດດາວອັງຄານເປັນເທື່ອທຳອິດໃນປີ 2020ເພື່ອບັນລຸເປົ້າໝາຍ "ບິນອ້ອມ, ລົງຈອດແລະລາດຕະເວນສຳຫຼວດ"ດາວອັງຄານບາດດຽວ.