ເມືອງນ້ອຍສູ່ອ້ານທີ່ຂຶ້ນກັບເມືອງເຢິນຊິວແຂວງເຮີເປີຍ ຫ່າງຈາກນະຄອນຫຼວງປັກກິ່ງ 146 ກິໂລແມັດ. ເຖິງວ່າເປັນເມືອງນ້ອຍທຳມະດາໆແຕ່ກໍກ່ຽວພັນຢ່າງສະໜິດແໜ້ນກັບຫໍພິພິທະພັນພະລາຊະວັງບູຮານນະຄອນຫຼວງປັກກິ່ງ. ທັງນີ້ເມື່ອເດືອນທັນວາປີຜ່ານມາ, ພະລາຊະວັງບູຮານເລີ່ມດຳເນີນການສ້ອມແປງໃຫຍ່ຕໍ່ຫໍຢາງຊິນໂດຍຕ້ອງພະຍາຍາມຮັກສາຮູບຊົງເດີມຂອງຫໍດັ່ງກ່າວຈິ່ງນຳໃຊ້ວັດສະດຸກໍ່ສ້າງທີ່ຄ້າຍໆກັບຫໍເກົ່າ. ດ້ວຍເຫດນີ້, ສີມືການເຜົາແລະການຜະລິດດິນຈີ່ທີ່ສືບທອດຈາກບັນພະບຸລຸດຂອງທ່ານວາງລີ້ຊ່ານ ເຈົ້າຂອງໂຮງງານຜະລິດດິນຈີ່ສະເພາະສິ່ງກໍ່ສ້າງບູຮານເມືອງນ້ອຍສູ່ອ້ານຈິ່ງມີຄຸນຄ່າເຫຼືອຫຼາຍ.