ງານ​ວາງສະ​ແດງ​ປະຕິມາກຳ​ຊາຍ "G20"
2016-08-25 17:10:14  cri 

ງານ​ວາ​ງສະ​ແດງ​ປະຕິມາ​ກຳ​ຊາຍ​ສາກົນ​ໂຈ່​ວຊ່ານ"ວາດ​ພາບG20ດ້ວຍ​ປະຕິ​ມາ​ກຳ​ຊາຍ"​ໄດ້​ເລີ່​ມສ້າງສັນ​ຜົນງານ​ປະຕິ​ມາ​ກຳ​ຊາຍມາ​ແຕ່​ກາງ​ເດືອນ​ສິງຫາ​ນີ້​ຢູ່​​​​ແຫຼ່ງທ່ອງ​ທ່ຽວນານ​ຊ່າ​ຈູ່​ເຈ່ຍ​ຈ່ຽນ​ເມືອງ​ໂຈ່​ວຊ່ານ​ແຂວງ​ເຈີ້​ຈ່ຽງ ສປ ຈີນ​ໂດຍ​ນັກ​ປະຕິ​ມາກຳ​ຊາຍ​ຫຼາຍ​ສິບ​ຄົນ​ຈາກ​ຈີນ, ​ໂຮ​ນລັງ, ກາ​ນາ​ດາ,​ແອັສປາຍ, ສ.​ເຊັກ​ໄດ້​ຮ່ວມ​ກັນສະ​ແດງ​ສີມື​ຂອງ​ຕົນ​ປະດິດ​ສ້າງ​ພາບ​ທິວ​ທັດ​​ເອກະ​ລັກ​ພິ​ເສດ, ​ໂສມ​ໜ້າ​ຕົວ​ເມືອງ​ແລະ​ຮູບ​ກາ​ຕູນ​ອະມະຕະ​ຂອງ​ຈີນ, ຣັດ​ເຊຍ, ອາ​ເມ​ລິ​ກາ,​ເຢຍລະ​ມັນ, ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອື່ນໆ​ ​ເຊິ່ງ​ໄດ້​ສ້າງ​ພາບ​ສວຍ​ງາມ "ບ້ານ​ໜ່ວຍ​ໂລກ"ດ້ວຍ​ປະຕິ​ມາ​ກຳ​ຊາຍທີ່​ສວຍ​ງາມ​ເພື່ອສ້າງ​ບັນຍາກາດ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ G20 ທີ່​ຈະ​ໄຂ​ຂຶ້ນ​ຢູ່​ເມືອງ​ຫັງ​ໂຈ່​ວ​ແຂວງ​ເຈີ້​ຈ່ຽງ​ໃນ​​ໄວໆ​ນີ້.

ງານ​ວາງສະ​ແດງ​ປະຕິ​ມາກຳ​ຊາຍ​ສາກົນ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ "ວາດ​ພາບG20ດ້ວຍ​ປະຕິ​ມະ​ກຳ​ຊາຍ"​ໂດຍ​ຈັດ​ຂຶ້ນ​ຢູ່​ໃນ​ສວນສາທາລະນະ​ປະຕິ​ມາກຳ​ຊາຍ​ທີ່​ຍາວ 200 ​ແມັດ, ກວ້າງ 50 ​ແມັດ​ໃນ​ແຫຼ່ງທ່ອງ​ທ່ຽວ​ຈູ່​ເຈ່ຍ​ຈ່ຽນ​ເມືອງ​ໂຈ່​ວຊ່ານ ​ເຊິ່ງນຳ​ໃຊ້​ຊາຍ​ນ້ອຍ 2 ໝື່ນ​ກວ່າ​ແມັດ​ກ້ອນ ສ້າງສັນຜົນງານ​ປະຕິ​ມາກຳ​ຊາຍ 50 ກວ່າ​ຜົນງານ​ທີ່​ມີ​ເອກະລັກ​ຕ່າງ​ກັນ​ແລະ​ສະຫງ່າ​ງາມ​ຫຼາຍ. ຄາດ​ວ່າ, ຜົນງານ​ປະຕິ​ມາກຳ​ຊາຍ​​ໃນງານ​ວາງສະ​ແດງ​ດັ່ງກ່າວ​ຈະ​ສ້າງ​ສຳ​ເລັດ​ໃນ​ຕົ້ນ​ເດືອນ​ກັນຍາ​ແລະ​ຈະ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ຢ່າງ​ເປັນ​ທາງ​ການ.

1 2 3 4 5 6 7 8 9
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ