ງານວາງສະແດງປະຕິມາກຳຊາຍສາກົນໂຈ່ວຊ່ານ"ວາດພາບG20ດ້ວຍປະຕິມາກຳຊາຍ"ໄດ້ເລີ່ມສ້າງສັນຜົນງານປະຕິມາກຳຊາຍມາແຕ່ກາງເດືອນສິງຫານີ້ຢູ່ແຫຼ່ງທ່ອງທ່ຽວນານຊ່າຈູ່ເຈ່ຍຈ່ຽນເມືອງໂຈ່ວຊ່ານແຂວງເຈີ້ຈ່ຽງ ສປ ຈີນໂດຍນັກປະຕິມາກຳຊາຍຫຼາຍສິບຄົນຈາກຈີນ, ໂຮນລັງ, ການາດາ,ແອັສປາຍ, ສ.ເຊັກໄດ້ຮ່ວມກັນສະແດງສີມືຂອງຕົນປະດິດສ້າງພາບທິວທັດເອກະລັກພິເສດ, ໂສມໜ້າຕົວເມືອງແລະຮູບກາຕູນອະມະຕະຂອງຈີນ, ຣັດເຊຍ, ອາເມລິກາ,ເຢຍລະມັນ, ອິນໂດເນເຊຍແລະປະເທດອື່ນໆ ເຊິ່ງໄດ້ສ້າງພາບສວຍງາມ "ບ້ານໜ່ວຍໂລກ"ດ້ວຍປະຕິມາກຳຊາຍທີ່ສວຍງາມເພື່ອສ້າງບັນຍາກາດໃຫ້ແກ່ກອງປະຊຸມສຸດຍອດ G20 ທີ່ຈະໄຂຂຶ້ນຢູ່ເມືອງຫັງໂຈ່ວແຂວງເຈີ້ຈ່ຽງໃນໄວໆນີ້.