ວັນທີ 25 ສິງຫາ 2016 ນີ້, ສິງກະໂປໄດ້ດຳເນີນການທົດລອງລົດຕັກຊີບໍ່ມີຄົນຂັບຢ່າງເປີດເຜີຍ ເຊິ່ງເປັນເທື່ອທຳອິດໃນທົ່ວໂລກ. ລົດຕັກຊີກົນຈັກຫຼື robo-taxi ເປັນຜະລິດຕະພັນທີ່ພັດທະນາໂດຍບໍລິສັດຊອບແວຄົມມະນາຄົມທີ່ຊື່ວ່າ nu Tonomy ຂອງລັດມາຊາຊູເຊັດ ສະຫະລັດອາເມລິກາແລະໄດ້ນຳໄປໃຊ້ຢູ່ທາງໃນຮູບແບບຂັບໂດຍອັດຕະໂນມັດຢູ່ເຂດການຄ້າສິງກະໂປ ເຊິ່ງລົດດັ່ງກ່າວແມ່ນບໍລິສັດ Renault ແລະບໍລິສັດ Mitsubishiເປັນຜູ້ປະກອບສະເພາະ. ຊາວເມືອງສິງກະໂປທີ່ມີໂຊກຈຳນວນໜຶ່ງສາມາດນຳໃຊ້ APPຂອງ nu Tonomy ໃນມືຖືເອີ້ນ "ລົດຕັກຊີກົນຈັກ"ທັງຂີ່ລົດຕັກຊີດັ່ງກ່າວໂດຍບໍ່ເສຍຄ່າ.