ວັນທີ 29 ສິງຫານີ້, ໜ່ວຍຕຳຫຼວດປະກອບອາວຸດປ້ອງກັນຊາຍແດນເມືອງຟາງເສິງກາງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນເປີດເຜີຍວ່າ: ໃນຂະນະປະຕິບັດໜ້າທີ່ລາດຕະເວນຕາມປົກກະຕິຢູ່ເຂດຊາຍແດນ, ຕຳຫຼວດປະກອບອາວຸດຂອງຕົນໄດ້ກວດຍຶດລູກແຂ້ພັນໄທທີ່ເປັນສັດອະນຸລັກລະດັບຊາດປະເພດໜຶ່ງເຖິງ 940 ໂຕ ຢູ່ທ່າເຮືອແຫ່ງໜຶ່ງຕາມຊາຍແດນລະຫວ່າງຈີນ-ຫວຽດນາມເຊິ່ງລູກແຂ້ແຕ່ລະໂຕຍາວປະມານ 25 ຊັງຕີແມັດແລະມີອາຍຸປະມານ 15 ວັນເທົ່ານັ້ນ. ປັດຈຸບັນ, ຄະດີດັ່ງກ່າວໄດ້ມອບໃຫ້ເຈົ້າໜ້າທີ່ປ່າໄມ້ຂອງທ້ອງຖິ່ນດຳເນີນການແກ້ໄຂ.