ທ່ານບຸນຍັງ ວໍລະຈິດໃຫ້ສຳພາດຕໍ່ CRI
2016-09-01 19:15:15  cri 


(ວັນທີ 1 ກັນຍານີ້ ທ່ານບຸນຍັງ ວໍລິຈິດ ປະທານປະເທດ ສປປ ລາວໄດ້ໃຫ້ສຳພາດຕໍ່ນັກຂ່າວສື່ມວນຊົນຈີນຄື: ວິທະຍຸສາກົນແຫ່ງປະເທດຈີນ, ຂ່າວສານຊີນຮວາ, ໂທລະພາບສູນກາງຈີນ ແລະໜັງສືພິມປະຊາຊົນຈີນ)

 

ວັນທີ 1 ກັນຍານີ້ ຢູ່ຫໍຄຳ ທີ່ນະຄອນຫຼວງວຽງຈັນ, ທ່ານບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວໄດ້ໃຫ້ສຳພາດແກ່ນັກ
ຂ່າວຂອງສື່ມວນຊົນຈີນຄື: ວິທະຍຸສາກົນແຫ່ງປະເທດຈີນ(CRI), ຂ່າວສານຊິນຮວາ, ໂທລະພາບສູນກາງຈີນ ແລະນັງສືພິມປະ
ຊາຊົນຈີນ. ໃນເວລາຕອບຄຳຖາມຂອງນັກຂ່າວວິທະຍຸສາກົນແຫ່ງປະເທດຈີນ, ທ່ານບຸນຍັງ ວໍລະຈິດໄດ້ໃຫ້ຄຳເຫັນກ່ຽວກັບບັນ
ຫາຕ່າງໆ. ຕໍ່ໄປແມ່ນບົດສຳພາດທີ່ຄົບຖ້ວນ.

CRI: ພະນະທ່ານມີຄໍາເຫັນແນວໃດໃນຖານະທີ່ ສປປ ລາວເປັນປະ ເທດທີ່ຖືກເຊີນເຂົ້າຮ່ວມກອງປະຊຸມສຸດຍອດບັນດາຜູ້ນໍາ
G20 ທີ່ຈັດຂຶ້ນທີ່ເມືອງຫາງໂຈ ສປ ຈີນ?

ທ່ານບັນຍັງ ວໍລະຈິດ: ຂ້າພະ​ເຈົ້າ​ໃນ​ນາມ​ລັດຖະບານ ​ແລະ​ປະຊາຊົນ ​ແຫ່ງ ສປປ ລາວ ຮູ້ສຶກ​ປິ​ຕິ​ຍິນ​ດີ ​ແລະ​ຖື​ເປັນ​ກຽດ​ຢ່າງ​
ຍິ່ງທີ່​ໄດ້​ຮັບ​ຄຳ​ເຊີນ​ຈາກພະນະ​ທ່ານ ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດແຫ່ງ ສປ ຈີນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ G20
​ໃນ​ຄັ້ງ​ນີ້, ພວກ​ເຮົາ​ຖື​ວ່າກອງ​ປະ​ຊຸມ​ ຈີ 20 ​ເປັນ​ກົນ​ໄກ​ການ​ປຶກສາ​ຫາລື​ແລະ​ວາງ​ມາດ​ຕະການ​ຮ່ວມ​ກັນ​ໃນ​ການ​ແກ້​ໄຂ​ບັນຫາ​ເສດ
ຖະກິດ​ຂອງ​ພາ​ກພື້ນ ​ແລະ​ສາກົນແນ​ໃສ່​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ຂອງ​ປະ​ເທດ​ກຳລັງ​ພັດທະນາ.ອາ​ຊຽນ​ແມ່ນ​ໄດ້​ໃຫ້
​ຄວາມ​ສຳຄັນ​ຕໍ່​ການ​ເສີມ​ສ້າງ ​ແລະ​ຮັດ​ແໜ້ນ​ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ກຸ່ມ G20ກໍ​ຄື ສປ ຈີນ,
​ເຊິ່ງ​ເປັນ​ເພື່ອນ​ມິດ​ສະຫາຍທີ່​ສະໜິດ​ສະໜົມ​ຂອງ ສປປ ລາວ. ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ປະທານ​ປະ​ເທດສີ​ຈິ້ນຜິ​ງ
ທີ່​ເຫັນ​ຄວາມ​ສຳຄັນ ແລະ​ບົດບາດ​ຂອງ​ອາ​ຊຽນ​ໃນ​ກອງປະຊຸມ​ຄັ້ງ​ນີ້, ​ເຊິ່ງຂ້າພະ​ເຈົ້າ​ພ້ອມ​ທີ່​ຈະ​ປະກຳ​ອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​
ໄຫວ ​ແລະ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ G20 ດັ່ງກ່າວ.

CRI: ສປປ ລາວມີຄວາມຄາດຫວັງແລະຈະມີຂໍ້ສະເໜີຫຍັງແດ່ໃນກອງປະ ຊຸມສຸດຍອດຄັ້ງນີ້? ກອງປະຊຸມສຸດຍອດຄັ້ງນີ້ຄວນມີ
ຂໍ້ສະຫລຸບອອກມາແນວໃດ?

ທ່ານບຸນຍັງ ວໍລະຈິດ: G20 ​ເປັນ​ກຸ່ມ​ປະ​ເທດ​ອຸດສາຫະກຳ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ​ມີ​ບົດບາດ​ສຳຄັນ​ໃນ​ການ​ຜັກ​ດັນ​ການ​ຂະ
ຫຍາຍຕົວ​ຂອງ​ເສດຖະກິດ​ໂລກກໍ່​ຄື​ການ​ພັດທະນາ, ສະ​ນັ້ນ, ການ​ປຶກສາ​ຫາລື ​ແລະ​ມາດ​ຕະກຳນດ້ານ​ເສດຖະກິດ-ການ​ເງິນ​ສາ
ກົນ ທີ່​ G20 ຈະ​ຮັບ​ຮອງ​ເອົາ​ຈະ​ມີ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ສະພາບ
​ເສດຖະກິດ ​ແລະ​ການ​ພັດທະນາ​ໃນ​ຫຼາຍ​ປະ​ເທດ ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ ລວມທັງ ສປປ ລາວ. ສະ​ນັ້ນ, ສປປ ລາວ ຍິນ​ດີ
​ຕໍ່​ຂໍ້​ລິ​ເລີ່​ມ ​ແລະ​ແຜນ​ປະຕິບັດ​ງານ​ຕ່າງໆ ທີ່​ຜູ້ນຳ G20 ຈະ​ພິຈາລະນາ​ຮັບຮອງ​ເອົາ​ໃນ​ກອງປະຊຸມ​ຄັ້ງີ້ ​ເປັນ​ຕົ້ນ ວາລະ​ການ​ພັດ
ທະນາ​ແບບ​ຍືນ​ຍົງ 2030, ​ແຜນການ​ການ​ພັດທະນາ​ຫັນ​ເປັນ​ອຸດສາຫະກຳ​ຢູ່​ອາ​ຟຣິກາ ​ແລະ​ປະ​ເທດ​ດ້ອຍ​ພັດທະນາ. ພວກ​ຂ້າພະ​
ເຈົ້າ​ຫວັງ​ວ່າ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ​ແຜນ​ປະຕິບັດ​ງານ​ດັ່ງກ່າວ​ນີ້ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ​ນຳ​ຜົນ​ປະ​
ໂຫຍ​ດ​ໂດຍ​ກົງ​ມາສູ່​ປະ​ເທດ​ກຳລັງ​ພັດທະນາ ​ໂດຍ​ສະ​ເພາະ​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ຍັງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງດ້ານ
​ເສດ​ຖະກິດ ກໍ່​ຄື ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ປະຈຸ​ບັນ.


1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ