ທ່ານບຸນຍັງ ວໍລະຈິດໃຫ້ສຳພາດຕໍ່ CRI
2016-09-01 19:15:15  cri 


CRI: ພະນະທ່ານມີຄໍາເຫັນແນວໃດຕໍ່ບົດບາດແລະການປະກອບສ່ວນຂອງ ສປ ຈີນເຂົ້າໃນການພົວພັນຮ່ວມມືສາກົນ? ສປປ
ລາວ ມີທັດສະນະແນວໃດຕໍ່ຈີນໃນຖານະເປັນປະເທດເຈົ້າພາບວ່າຈະສາມາດສ້າງຄວາມເປັນເອກະພາບຢູ່ໃນກອງປະຊຸມ?

ທ່ານບຸນຍັງ ວໍລະຈິດ: ສປຈີນເປັນປະເທດທີ່ມີຄວາມເຂັ້ມແຂງ ດ້ານການເມືອງ,ເສດຖະກິດແລະສັງຄົມ, ອັນເຮັດໃຫ້ບົດບາດຂອງ
ສປ ຈີນໃນພາກພື້ນແລະ ສາກົນພົ້ນເດັ່ນ.ດ້ວຍເຫດນີ້, ສປ ຈີນສາມາດເສີມຂະຫຍາຍບົດບາດສໍາຄັນໃນ ການຮ່ວມມືສາກົນເພື່ອ
ແກ້ໄຂບັນຫາເຄັ່ງຮ້ອນຂອງໂລກ.ກອງປະຊຸມສຸດຍອດG20ຄັ້ງນີ້ກໍ່ແມ່ນອີກເວທີໜຶ່ງທີ່ ສປ ຈີນສາມາດເສີມຂະຫຍາຍບົດບາດນໍາ
ໜ້າໃນຄວາມພະຍາຍາມຊອກມາດຕະການແກ້ໄຂບັນຫາເສດຖະກິດ-ການເງິນສາກົນ,ມາດຕະການຊ່ວຍເຫລືອປະເທດທີ່ດ້ວຍໂອ
ກາດໃນໂລກ,ເປັນຕົ້ນປະເທດດ້ວຍພັດທະນາແລະອາຟຣີກາ.ອັນນີ້ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຕໍ່ນະໂຍບາຍການ ຮ່ວມມືສາ
ກົນທີ່ຖືກຕ້ອງຂອງພັກແລະລັດຖະບານ ສປ ຈີນ.ຂ້າພະເຈົ້າຂໍຍ້ອງຍໍຊົມ ເຊີຍຕໍ່ບົດບາດການນໍາພາຂອງ ສປ ຈີນ.

ສປ ຈີນກໍຄືປະຊາຊົນຈີນມີຊື່ສຽງໃນການເປັນເຈົ້າພາບທີ່ຈິດໃຈກວ້າງ ຂວາງ, ໂອບອ້ອມອາລີແລະເອື້ອເຟື້ອເຜື່ອແຜ່ຕໍ່ແຂກຄົນທີ່
ມາຢ້ຽມຢາມ. ສປປ ລາວເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມອັນຕັ້ງໜ້າຂອງລັດຖະບານ ສປ ຈີນແລະ ການຮ່ວມມືແລະຄວາມຜ່ອນ
ສັ້ນຜ່ອນຍາວຂອງປະເທດສະມາຊິກແລະປະເທດທີ່ເປັນແຂກ,ກອງປະຊຸມສຸດຍອດຈີ 20 ໃນຄັ້ງນີ້ຈະບັນລຸຜົນສໍາເລັດທາງດ້ານເນື້ອ
ໃນຕາມຄາດໝາຍແລະສ້າງຄວາມປະທັບໃຈທີ່ບໍ່ມີວັນລືມໃຫ້ແກ່ຄະນະຜູ້ແທນທັງໝົດ.ຂ້າພະເຈົ້າບໍອວຍພອນໄຊໃຫ້ກອງປະຊຸມສຸດ
ຍອດ G20ຄັ້ງທີ11ຂອງ ສປ ຈີນໃນຄັ້ງນີ້ສົ່ງປະສົບຜົນສໍາເລັດຢ່າງຈົບງາມ.

CRI: ຂໍໃຫ້ພະນະທ່ານມີຄໍາເຫັນຕໍ່ການພັດທະນາຂອງການພົວພັນສອງ ຝ່າຍລະຫວ່າງລາວ-ຈີນ,ພະນະທ່ານຄິດວ່າຈະເຮັດແນວ
ໃດເພື່ອໃຫ້ການພົວພັນດັ່ງກ່າວໄດ້ຮັບໝາກຜົນກວ່າເກົ່າ?

ທ່ານບຸນຍັງ ວໍລະຈິດ: ຂ້າພະເຈົ້າຕີລາຄາສູງຕໍ່ໝາກຜົນຂອງການພົວພັນ ຮ່ວມມືລະຫວ່າງສອງປະເທດລາວ-ຈີນໃນໄລຍະຜ່ານ
ມາ,ຊຶ່ງໃນປີນີ້,ຖືເປັນປີທີ່ມີຄວາມໝາຍຄວາມສໍາຄັນແຫ່ງການພົວພັນຮ່ວມມືລາວ-ຈີນ,ສອງຝ່າຍໄດ້ຮ່ວມກັນຈັດຕັ້ງບັນດາກິດຈະ
ກໍາເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ55ປີຢ່າງຟົດຟື້ນແລະມີຄວາມໝາຍ.

ຕະຫລອດໄລຍະເຄິ່ງສັດຕະວັດມານີ້,ການພົວພັນສອງຝ່າຍລະຫວ່າງລາວ-ຈີນໄດ້ຮັບການຂະຫຍາຍຕົວແລະລົງເລິກໃນວຽກ
ງານຕົວຈິງຫລາຍດ້ານ.ໃນນີ້,ໃນຖະແຫລງການຮ່ວມປີ 2000 ໄດ້ກໍານົດການພົວພັນລາວ-ຈີນເປັນການພົວພັນແບບ"ເພື່ອນ
ບ້ານທີ່ເປັນມິດ,ໄວ້ເນື້ອເຊື່ອໃຈກັນ,ໝັ້ນຄົງຍາວນານ, ຮ່ວມ|ມືຮອບດ້ານ"ແລະໄດ້ຍົກລະດັບ"ການພົວພັນສອງປະເທດມາເປັນ
ການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ"ໃນປີ2009.ອັນນີ້,ຖືວ່າເປັນຂີດໝາຍແລະພື້ນຖານອັນສໍາຄັນທາງປະຫວັດ
|ສາດແຫ່ງການພົວພັນຂອງສອງປະເທດ ແລະໜັກແໜ້ນສໍາລັບການຂະຫຍາຍພົວພັນການຮ່ວມມືລະຫວ່າງລາວ-ຈີນໃນໄລ
ຍະໃໝ່ນີ້.

ໃນຕໍ່ໜ້ານີ້,ຂ້າພະເຈົ້າເຫັນວ່າ,ເພື່ອເຮັດໃຫ້ການພົວພັນດັ່ງກ່າວໄດ້ຮັບໝາກຜົນຫລາຍກວ່າເກົ່າ,ສອງຝ່າຍຈະໄດ້ເພີ່ມທະວີ
ການຮ່ວມມືໃນຫລາຍດ້ານຕື່ມອີກ,ໂດຍສະເພາະແມ່ນການສືບຕໍ່ຮັກສາການແລກປ່ຽນຢ້ຽມຢາມຂອງການນໍາຂັ້ນສູງຂອງສອງພັກ,
ສອງລັດຢ່າງເປັນປົກກະຕິເພື່ອແລກປ່ຽນຄໍາຄິດຮ່ວມກັນໃນວຽກງານການພົວພັນຮ່ວມມືສອງຝ່າຍ,ບົດຮຽນການກໍ່ສ້າງພັກຄຸ້ມຄອງ
ລັດ,ການພັດທະນາດ້ານເສດຖະກິດ-ສັງຄົມ ແລະ ດ້ານອື່ນໆ ເພື່ອແນໃສ່ການສ້າງຄວາມເຊື່ອໝັ້ນແລະໄວ້ໃຈເຊິ່ງກັນແລະກັນ
ໃຫ້ໜັກແໜ້ນເຂັ້ມແຂງຍິ່ງໆຂຶ້ນ,ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ປະສາມສົມທົບແລະສະໜັບສະໜູນເຊິ່ງກັນແລະກັນໃນການເຄື່ອນ
ໄຫວວຽກງານຕ່າງປະເທດໃນຂອບການຮ່ວມມືພາກພື້ນແລະສາກົນຕໍ່ບັນຫາສໍາຄັນຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາທີ່
ທັງສອງຝ່າຍພວກ ເຮົາໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນຮ່ວມມືຂອງສອງປະ
ເທດໃຫ້ນັບມື້ເຂົ້າສູ່ລວງເລິກແລະນໍາເອົນຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃນຕໍ່ໜ້າ.

ທັງໝົດເຫລົ່ານີ້ລ້ວນແລ້ວແຕ່ສອດຄ່ອງກັບທິດທາງນະໂຍບາຍຂອງພັກແລະລັດຖະບານໃນການສືບຕໍ່ເສີມຂະຫຍາຍສາຍພົວ
ພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານບົນພື້ນຖານການເປັນຄູ່ຮ່ວມຊະຕາກໍາແລະອຸດົມການອັນດຽວກັນທີ່ບໍ່ສາມາດ
ຕັດແຍກອອກຈາກກັນໄດ້.  ພ້ອມທັງເປັນການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບແລະ
ການພັດທະນາຂອງພາກພື້ນແລະສາກົນອີກດ້ວຍ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ