ນາຍົກ​ຈີນຢ້ຽມຢາມ​ກາ​ນາ​ດາ​ຢ່າງ​ເປັນ​ທາງ​ການ
2016-09-22 14:34:43  cri 

  ​ໃນ​ໄລ​ຍະຢ້ຽມຢາມ​ຢູ່​ນະຄອນຫຼວງອົດ​ຕາ​ວາ, ທ່ານ ຫຼີ​ເຄິ້ສຽງ ​ແລະ​ທ່ານ ຈັສຕິນ ຕຣູ​ໂດ ຈະຈັດການ​ພົບ​ປະປະຈຳ​ປີຮ່ວມ​ກັນ​ແລະ​ເປັນ​ສັກຂີ​ພິຍານ​ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ສອງ​ຝ່າຍ. ທ່ານ ຫຼີ​ເຄິ້ສຽງ ​ຈະ​ພົບ​ປະ​ກັບຜູ້​ສໍາ​ເລັດ​ລາຊະການ, ປະທານ​ສະພາສູງ​ແລະ​ສະພາ​ຕ່ຳ​ກໍ​ຄື​ການ​ນຳ​ທ້ອງ​ຖິ່ນ​ປະ​ເທດ​ດັ່ງກ່າວ. ນອກ​ນີ້​ນາຍົກ​ສອງ​ປະ​ເທດ​ຍັງ​ຈະ​ເຂົ້າ​ຮ່ວມ​ແລະ​ກ່າວ​ປາ​ໄສ​ໃນ​ເວທີ​ປຶ​ຫສາ​ຫາລື​ການ​ຮ່ວມ​ມື​ເສດຖະກິດ-ການ​ຄ້າ​ຈີນ-ກາ​ນາ​ດາ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງມອນຕຮີ​​ໂອປະ​ເທດດັ່ງກ່າວ​ແລະ​ເຂົ້າ​ຮ່ວມ​ກິດຈະກຳຕ່າງໆຕື່ມ​ອີກ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ