ນະຄອນຫຼວງ​ປັກ​ກິ່ງ​​​ສະໜອງ​ພາຫະນະ​ໃຫ້​ລາວເພື່ອຮັບ​ໃຊ້​ກອງ​ປະຊຸມ​​ເຈົ້າ​ຄອງ​ຕົວ​ເມືອງອາ​ຊຽນຄັ້ງ​ທີ 4 ປີ 2016
2016-11-01 16:18:13  cri 

  ທ່ານ​ກ່ວນຮວາ​ປິງຢືນຢັນ​ວ່າ ນັບ​ແຕ່​ນະຄອນຫຼວງ​ປັກ​ກິ່ງ​ແລະ​ນະຄອນຫຼວງ​ວຽງ​ຈັນແຮກສ່ຽວກັນ​ເປັນ​ຕົ້ນມາ​, ສອງ​ຝ່າຍ​ໄດ້​​ແລກປ່ຽນການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ການ​ຮ່ວມ​ມື​ຕົວ​ຈິງ​ແລະ​ດ້ານ​ອື່ນໆ​ແລະ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ເລື້ອຍ​ໆ, ການ​ແລກປ່ຽນ​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ. ປີ​ນີ້, ລາວ​ເປັນ​ປະທານ​ໝູນວຽນ​ ​ອາ​ຊຽນ ​ແລະ​ໄດ້​ຈັດ​ກອງ​ປະຊຸມ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ພ້ອມ​ດ້ວຍ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ຕ່າງໆ​​ປະສົບ​ຜົນສຳ​ເລັດ​ຢ່າງຈົບງາມ ​ເຊິ່ງ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ. ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ລາວ​ສຸມ​ທຸກ​ຄວາມ​ພະຍາຍາມ​ສືບ​ຕໍ່​ປະຕິບັດ​ຕາມ​ການ​ຊີ້​ນຳ​ຕາມຈິດ​ໃຈ "​ເພື່ອນ​ບ້ານ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະຫາຍ​ທີ່​ດີ ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ"​ເພື່ອ​ຊຸກຍູ້​ການ​ພັດທະນາ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ແລະ​ລົງ​ເລິກ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ