ສື່ມວນຊົນຕ່າງປະເທດລາຍງານວ່າ: ຢູ່ເມືອງກຸນບາກາ (Gulbarga)ລັດ ຄານາຕາຄາ(Karnataka)ປະເທດອິນເດຍ, ທ້າວ DasharathKumar ອາຍຸ 28 ປີໄດ້ສະແດງທັກສະພິເສດຂອງຕົນໃນການຕັດຜົມດ້ວຍທຽນ ໂດຍມືເບື້ອງໜຶ່ງຈັບຫວີນ້ອຍແລະອີກເບື້ອງໜຶ່ງຈັບທຽນເພື່ອຈູດຜົມທີ່ບໍ່ຕ້ອງການຖິ້ມ. ຫຼັງຕັດຜົມສຳເລັດແລ້ວ, ລາວກໍຈະສະຜົມໃຫ້ລູກຄ້າທັນທີເພື່ອຂ້າກິ່ນໄໝ້ ເຊິ່ງທັກສະແປກປະຫຼາດແນວນີ້ໄດ້ດຶງດູດລູກຄ້າຢ່າງຫຼວງຫຼາຍທັງພາຍໃນບ້ານແລະເມືອງອ້ອມຂ້າງລວມທັງຜູ້ເຖົ້າແລະເດັກນ້ອຍ.