ຈີນ-ລາວຮ່ວມ​ມື​ສ້າງ​ຫ້ອງ​ກວດກາ​ແລະ​ທົບ​ສອບ​ຄຸນ​ນະພາ​ບວັດ​ສະ​ດຸ​ກໍ່ສ້າງ
2016-12-01 17:08:27  cri 

  ທ່ານ ຈ່າງ​ສຽວ​ສວນ ກ່າວ​ວ່າ: ການກໍ່​ສ້າງຫ້ອງ​ດັ່ງກ່າວ​ສອດຄ່ອງ​ກັບ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ຂອງ​ຈີນ​ກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໄດ້​ຢ່າງ​ວ່ອງ​ໄວ​ແລະ​ຄວາມ​ສາມາດ​ບໍລິ​ໂພ​ກທີ່​ນັບ​ມື້​ສູງ​ຂຶ້ນຂອງ​ລາວອີກ​ດ້ວຍ. ​ແນວ​ໃດ​ກໍ​ດີ, ບໍລິສັດ​ຕົນ​ຈະປະຕິບັດ​ໜ້າ​ທີ່​ດ້ວຍ​ຄວາມຍຸຕິ​ທຳ, ສະ​ເໝີ​ພາບ, ວິທະຍາສາດ​ແລະ​ປອດ​ໃສ​ເພື່ອ​ປະກອບສ່ວນ​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແລະ​ຍົກ​ລະດັບ​ເຕັກນິກຂອງ​ລາວ​ໃຫ້​ສູງຂຶ້ນ.

  ຂ່າວ​ແຈ້ງວ່າ: ຫ້ອງ​ກວດກາ​ແລະ​ທົບ​ສອບ​ຄຸນ​ນະພາ​ບວັດ​ສະ​ດຸ​ກໍ່ສ້າງ ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນຢູ່​ດ່ານ​ຊາຍ​ແດນ​ບໍ່​ເຕັນ ທາງ​ພາກ​ເໜືອ​ລາວ. ນອກ​ນີ້​ກໍ​ຄາດ​ວ່າ​ຈະ​ດຳ​ເນີນ​ການ​ກໍ່​ສ້າງຫ້ອງ​ກວດກາ​ແລະ​ທົບ​ສອບ​ໃນ​ທົ່ວ​ປະ​ເທດລາວຕາມ​ສະພາບຄວາມ​ເປັນ​ຈິງ​.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ