​ຈັດ​ກິດຈະກຳ "ສາຍຮູບ​ເງົາ​ດີ​ເດັ່ນ​ຂອງຈີນ​ແລະ​ກຳປູ​ເຈຍ"ຢ່າງ​ເປັນ​ທາງ​ການ
2016-12-11 17:20:19  cri 


ທ່ານ​ຄິມ ຊາ​ລິດ, ລັດຖະມົນຕີ​ຮັກສາ​ການ​ກະຊວງ​ສິລະ​ປະວັດ​ທະນະ​ທຳ​ກຳປູ​ເຈຍ​ກ່າວ​ວ່າ,​ປະຊາຊົນ​ກຳປູ​ເຈຍ​ມັກ​ເບິ່ງ​ຮູບ​ເງົາ​ຈີນ,​​ຍ້ອນ​ວ່າ​​ຈີນ​ແລະ​ກຳປູ​ເຈຍ​ມີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ທຸກ​ເຊັ່ນ​ຄົນ,​ວັດທະນະທຳ​ເຊື່ອມ​ໂຍງ​ກັນ,​ຮີດຄອງ​ປະ​ເພນີ​ຄ້າຍຄື​ກັນ,​ປະຊາຊົນ​ສະໜິດສະໜົມ​ກັນ,​ວັດທະນະທຳ​ດີ​ເດັ່ນ​ຂອງ​ຈີນ​ສາມາດ​ລົງ​ເລິກ​ເຂົ້າ​ສູ່​ຈິດ​​ໃຈ​ຂອງ​ປະຊາຊົນ​ກຳປູ​ເຈຍ​ດ້ວຍ​ຮູບ​ເງົາ.


ທ່ານ​ອານ​ຊຽວອີ​ກ່າວ​ວ່າ,​ຮູບ​ເງົາ​ສາມາດ​ສ່ອງ​ແສງ​ເຖິງ​ຜົນງານ​ວັດທະນະທຳ​ຂອງ​ປະ​ເທດ​ໜຶ່ງ​ເປັນ​ຢ່າງ​ດີ.​ ​ຫົວຄິດ​ປະດິດ​ສ້າງ​ທີ່​ດີ​ຂອງ​ກິດຈະກຳ"ສາຍຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ແລະ​ກຳປູ​ເຈຍ"ກໍ​ແມ່ນ​ໄດ້​ຈັດ​ເອົາ​ຮູບ​ເງົາ​ທີ່​ດີ​ເດັ່ນ​ຂອງ​ສອງ​ປະ​ເທດ​ຈີນ​ແລະ​ກຳປູ​ເຈ​ຍ​ໄປ​ສາຍ​ໃຫ້ຜູ້​ຊົມ​ກຳປູ​ເຈຍ​ຢູ່​ຂັ້ນຮາກ​ຖານ.​ນີ້​ຈະ​ເປັນກິດຈະກຳ​ສາຍຮູບ​ເງົາ​ທີ່​ອັດສະຈັນ, ກໍ່​ເປັນ​ການ​ແລກປ່ຽນ​ຄວາມ​ຮັກ​ແພງ​ກັນລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈີນ​ກັບ​ກຳປູ​ເຈຍ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ