ທ່ານ​ສີ​ຈິ້ນ​ຜີ​ງ​ແລະ​ທ່ານ​ຕຣາມຈັດການ​ພົບ​ປະ​​ຢ່າງ​ເປັນ​ທາງ​ການ​ຮອບ​ທີ2ລະຫວ່າງ​ປະມຸກ​ລັດ​ຈີນ​ແລະ​ອາ​ເມ​ລິ​ກາ
2017-04-08 09:48:19  cri 

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ຕື່ມ​​ວ່າ,​ການ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ປະຊາຊົນ​​ແມ່ນ​ພື້ນຖານ​ຂອງ​ສາຍ​ພົວພັນ​ສອງ​ປະ​ເທດ. ປະຊາຊົນ​ສອງ​ຊາດ​ມີ​ໄມຕີ​ຈິດ​ມິດຕະພາບ​ຕໍ່​ກັນ.​ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ​ເປີດ​ກວ້າງ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ, ສົ່ງ​ເສີມການ​ຮ່ວມ​ມື​ລະຫວ່າງ​ໂຮງຮຽນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ,​ເປີດ​ກວ້າງ​ການ​ແລ​ກ​ປ່ຽນ​ດ້ານ​ສິລະ​ປະກຳ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​​ກິລາ,​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ສາທາລະນະ​ສຸກ, ສ້າງ​ພື້ນຖານ​ອັນ​ໜັກ​ແໜ້ນ​ດ້ານ​ປະຊາ​ມະຕິ​ໃຫ້​ແກ່​ສາຍ​ພົວພັນ​ສອງ​ປະ​ເທດ, ອຳນວຍພະລັງ​ທາງ​ບວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຂະຫຍາຍ​ສາຍ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຢ່າງ​ຖາວອນ​ແລະ​ປອດ​ໄສ.
 


ທ່ານ​ຕຣາມກ່າວ​ວ່າ,​ການ​ພົບ​ປະ​ຄັ້ງ​ນີ້​ໄດ້ຮັບ​ໝາກຜົນ​ທີ່​ສຳຄັນ​ແລະ​ຈົບງາມ,​ຊຸກຍູ້​ສາຍ​ພົວພັນ​ອາ​ເມ​ລິ​ກາ-​ຈີນ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ແຂງ​ແຮງ. ຄະນະ​ສອງ​ຝ່າຍ​ແລກປ່ຽນ​ໂດຍ​ກົງ​ໂດຍ​ຜ່ານ​ການ​ເປີດ​ການ​ສົນທະນາ​ດ້ານ​ການ​ຕ່າງປະ​ເທດ​ແລະ​ຄວາມ​ໝັ້ນຄົງ,​​ການ​ສົນທະນາ​​ເສດຖະກິດ​ຮອບດ້ານ,​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອັນ​ແທ້​ຈິງ.ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຈີນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ການ​ທະຫານ​ແລະ​ວັດທະນະທຳ​ເປັນ​ຕົ້ນ, ສະ​ໜັບສະ​ໜູນ​ຄວາມ​ພະຍາຍາມ​ຂອງ​ຈີນ​ໃນ​ການ​​ໄລ່​ລ່າ​ຜູ້​ໂຕນ​ໜີ​ແລະ​ຂອງ​ກາງ. ອາ​ເມ​ລິ​ກາ​ຈະ​ຮ່ວມ​ມື​ກັບ​ຈີນ, ພະຍາຍາມ​ລົບ​ລ້າງ​ປັດ​ໄຈ​ແລະ​ບັນຫາ​ທີ່​ກີດຂວາງສາຍ​ພົວພັນ​ສອງ​ປະ​ເທດ, ​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ປະ​ເທດ​​ໄດ້​ຮັບ​ການ​ຂະຫຍາຍຕົວ​ຫຼາຍ​ກວ່າ​ເກົ່າ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ