ທ່ານສີຈິ້ນຜີງກ່າວຕື່ມວ່າ,ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນແມ່ນພື້ນຖານຂອງສາຍພົວພັນສອງປະເທດ. ປະຊາຊົນສອງຊາດມີໄມຕີຈິດມິດຕະພາບຕໍ່ກັນ.ສອງຝ່າຍຄວນເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ເປີດກວ້າງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ, ສົ່ງເສີມການຮ່ວມມືລະຫວ່າງໂຮງຮຽນ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ,ເປີດກວ້າງການແລກປ່ຽນດ້ານສິລະປະກຳ,ເພີ່ມທະວີການຮ່ວມມືດ້ານກິລາ,ດຳເນີນການຮ່ວມມືດ້ານສາທາລະນະສຸກ, ສ້າງພື້ນຖານອັນໜັກແໜ້ນດ້ານປະຊາມະຕິໃຫ້ແກ່ສາຍພົວພັນສອງປະເທດ, ອຳນວຍພະລັງທາງບວກຫຼາຍກວ່າເກົ່າໃຫ້ແກ່ການຂະຫຍາຍສາຍພົວພັນຈີນອາເມລິກາຢ່າງຖາວອນແລະປອດໄສ.
ທ່ານຕຣາມກ່າວວ່າ,ການພົບປະຄັ້ງນີ້ໄດ້ຮັບໝາກຜົນທີ່ສຳຄັນແລະຈົບງາມ,ຊຸກຍູ້ສາຍພົວພັນອາເມລິກາ-ຈີນໃຫ້ຂະຫຍາຍໄປໜ້າຢ່າງແຂງແຮງ. ຄະນະສອງຝ່າຍແລກປ່ຽນໂດຍກົງໂດຍຜ່ານການເປີດການສົນທະນາດ້ານການຕ່າງປະເທດແລະຄວາມໝັ້ນຄົງ,ການສົນທະນາເສດຖະກິດຮອບດ້ານ,ແລະໄດ້ຮັບຄວາມຄືບໜ້າອັນແທ້ຈິງ.ອາເມລິກາຍິນດີຮ່ວມກັບຝ່າຍຈີນ,ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ການທະຫານແລະວັດທະນະທຳເປັນຕົ້ນ, ສະໜັບສະໜູນຄວາມພະຍາຍາມຂອງຈີນໃນການໄລ່ລ່າຜູ້ໂຕນໜີແລະຂອງກາງ. ອາເມລິກາຈະຮ່ວມມືກັບຈີນ, ພະຍາຍາມລົບລ້າງປັດໄຈແລະບັນຫາທີ່ກີດຂວາງສາຍພົວພັນສອງປະເທດ, ເຮັດໃຫ້ສາຍພົວພັນສອງປະເທດໄດ້ຮັບການຂະຫຍາຍຕົວຫຼາຍກວ່າເກົ່າ.