ຊາວນະຄອນຫຼວງວຽງຈັນຫຼາຍພັນຄົນ ຮ່ວມແຫ່ພະພຸດທະຮູບສັກສິດ ໃນມື້ທຳອິດບຸນປີໃໝ່ລາວ
2017-04-15 15:59:02  cri 


ເທດສະການບຸນກຸດສົງການປີໃໝ່ລາວ ພສ 2560 ປີນີ້, ແມ່ນຈະດໍາເນີນເປັນເວລາ 3 ວັນຄື: ວັນທີ 14 ເມສາ 2017 ເປັນມື້ສັງຂານລ່ວງ ຊາວພຸດລາວກໍໄດ້ເອົາພະພຸດທະຮູບປະຈໍາເຮືອນລົງມາເພື່ອໃຫ້ຄົນໃນຄອບຄົວໄດ້ຫົດສົງ ສ່ວນຢູ່ຕາມວັດວາອາຮາມຕ່າງໆກໍໄດ້ເອົາພະພຸດທະຮູບລົງເຊັ່ນກັນ ເພື່ອໃຫ້ມວນຊົນທີ່ເຂົ້າມາໃນວັດໄດ້ບູຊາຫົດສົງຕາມປະເພນີ. ສ່ວນວັນທີ 15 ເມສາເປັນມື້ເນົາ, ວັນທີ 16 ເມສາເປັນມື້ສັງຂານຂຶ້ນ ປີໃໝ່ລາວ ກົງກັບມື້ແຮມ 5 ຄໍ່າ ເດືອນ 5 ເຊິ່ງເປັນວັນປ່ຽນ ຈສ. 1378 ໃນມື້ນີ້ແຕ່ລະຄອບຄົວກໍ່ຈະມີພິທີສົມມາຄາລະວະພໍ່ແມ່, ຜູ້ມີພະຄຸນຂອງຕົນ ສ່ວນຢູ່ຕາມວັດວາອາຮາມກໍ່ມີມີພິທີຕົບພະທາດຊາຍ ແລະ ກິດຈະກໍາອື່ນໆຕາມຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ.



1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ