ເປີດບໍ​ລິ​ການ​ການ​ແພດຂະບວນລົດໄຟສັນຕິພາບ 2017
2017-07-27 16:54:09  cri 

​ນອກ​ນີ້, ພວກເຮົາຍັງໄດ້ແລກປ່ຽນບົດຮຽນດ້ານວິຊານການ, ວັດທະນະທໍາ ແລະ ຈັດກິດຈະກໍາເພື່ອມິດຕະພາບກັບຄະນະເສນາຮັກ​ລາວ​ຕື່ມ​ອີກ.

   ສໍາລັບຄະນະເສນາຮັກຈີນ ທີ່ມາຄັ້ງນີ້ ລ້ວນແຕ່ເປັນນັກວິຊາການ​ຜູ້ຊົງຄຸນວຸດທິ, ​ມີປະສົບການຢ່າງຫຼວງຫຼາຍ, ມີຫຼາຍຄົນໄດ້ຜ່ານຜ່າພາລະໜ້າທີ່ອັນໃຫຍ່ຫຼວງມາແລ້ວເຊັ່ນ: ເຄີຍເຂົ້າຮ່ວມການຮັກສາສັນຕິພາບໃນສາກົນ, ເຂົ້າຮ່ວມຂະບວນການຕ້ານໄວຣັດອີໂບລາ, ຮ່ວມກູ້ໄພພິບັດແຜ່ນດິນໄຫວທີ່ປະເທດເນປານ ແລະ ແຜ່ນດິນໄຫວຢູ່ແຂວງເສສວນຂອງຈີນ. ​ຂະ​ນະ​ດຽວ​ກັນ, ຄະນະແພດຈີນ​ພວກ​ເຮົາມາຈາກໂຮງໝໍໃຫຍ່​ທະ​ຫານຄຸນໝິງ ເຊິ່ງເປັນໂຮງໝໍທີ່ມີ​ລະ​ບົບຄົບຊຸດ, ອຸປະກອນທັນສະໄໝ, ບຸກຄະລາກອນທີ່ຊົງຄຸນວຸດທິ ແລະ ມີຄວາມພ້ອມທຸກດ້ານ.

​ແນວ​ໃດ​ກໍ​ດີ ສຳ​ລັບຄັ້ງນີ້, ​ຈີນໄດ້ຄັດເລືອກເອົາ​ແພດພະແນກກະດູກ, ພະແນກຫົວໃຈເສັ້ນເລືອດ, ແພດປິ່ນປົວດ້ວຍຕຳ​ລາ​ຢາພື້ນເມືອງຈີນ, ພະແນກຜົ້ງປາກ, ພະແນກຊຶມເຊື້ອ ແລະອື່ນໆ ລວມ 16 ພະແນກ ລວມຊ່ຽວຊານຂັ້ນສູງ ແລະ ພະນັກງານທີ່ຊຳ​ນານ 25 ຄົນ.


1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ