ວັນທີ 16 ສິງຫານີ້, ນັກທ່ອງທ່ຽວທີ່ໄປຂີ່ເຮືອໃນນ້ຳຕາມຮ່ອມພູຢູ້ຊີ່ເມືອງລູຊືແຂວງເຮີນານ ສປ ຈີນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ເຮັດໃຫ້ລຳນ້ຳໜາແໜ້ນທີ່ສຸດ ແລະໃນຈຳນວນນັ້ນ ບັນດາແມ່ປ້າໃນຄະນະນັກທ່ອງທ່ຽວເດີນທາງໄປຕໍ່ບໍ່ໄດ້, ຈຶ່ງແກ່ເຮືອໜັງໃຫ້ຈອດຢູ່ຫາດຊາຍ ແລ້ວກັບຄືນໄປເຕັ້ນລຳຢູ່ກາງນ້ຳຕາມຈັງຫວະດົນຕີທີ່ມີຄົນເປີດໂດຍສະເພາະ. ຂະນະດຽວກັນ, ນັກທ່ອງທ່ຽວຈຳນວນໜຶ່ງ ກໍເອົາໄມ້ພາຍມາຫຼິ້ນຕາມຈັງຫວະ ເຮັດໃຫ້ເກີດຄວາມມ່ວນຊື່ນຕາມລຳນ້ຳທັງສາຍ ແລະຫຼຸດຜ່ອນຄວາມໃຈຮ້ອນຂອງບັນດານັກທ່ອງທ່ຽວໄດ້ເປັນຢ່າງດີ. ເນື່ອງຈາກວ່າທຸກຄົນມ່ວນຊື່ນແລະມີລະບຽບຮຽບຮ້ອງ ຈຶ່ງເຮັດໃຫ້ຄວາມໜາແໜ້ນຕາມລຳນ້ຳຫຼຸດຜ່ອນລົງ.