ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
2017-09-14 17:44:16  cri 


ພິທີຕ້ອນຮັບໄດ້ຈັດ​ຂຶ້ນຢ່າງສົມກຽດ​ແລະຈາກນັ້ນ,ໄດ້ມີການພົບປະສອງຝ່າຍເຊິ່ງ ທັງສອງ ກອງທັບ ລາວ-ຈີນ ໄດ້ແຈ້ງສະພາບພົ້ນເດັ່ນທາງການເມືອງ,ເສດຖະກິດ-ສັງຄົມຂອງສອງປະເທດໂດຍສະເພາະວຽກງານປ້ອງກັນຊາດທີ່ຕ່າງຝ່າຍສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຈີນ,ຈີນ-ລາວ ໃນໄລຍະຜ່ານມາແລະທິດທາງການຮ່ວມມືໃນຕໍ່ຫນ້າ.ທັງນີ້ເພື່ອເພີ່ມທະວີການຮ່ວມມືດ້ານການທະຫານຢ່າງຮອບດ້ານລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍຍັງໄດ້ ລົງນາມແຜນການຮ່ວມມືແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ,ການກໍ່ສ້າງບຸກຄະລາກອນ,ປັບປຸງກົນໄກການຮ່ວມມືປ້ອງກັນຊາຍແດນໃຫ້​ສົມ​ບູນ,ວຽກງານການເມືອງ ແລະ ສປ ຈີນ ເຫັນດີຈະສືບຕໍ່ຊ່ວຍເຫລືອທາງດ້ານອຸປະກອນເຕັກນິກການທະຫານ ໃຫ້ແກ່ກອງທັບປະຊາຊົນ ລາວ. 
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ