ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
2017-09-14 17:44:16  cri 


 ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງທ່ານ ພົນເອກ ສາງວ້ານສວນ ພ້ອມຄະນະຜູ້ແທນການທະຫານຂັ້ນສູງ ສປ ຈີນ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ ພ້ອມທັງສະແດງຄວາມຂອບໃຈ ລັດຖະບານ ສປ ຈີນ ກໍຄື ກະຊວງປ້ອງກັນປະເທດ ສປ ຈີນ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ດ້ວຍດີຕະຫລອດມາ.ພ້ອມດຽວກັນ,ກໍໄດ້ປະດັບຫລຽນໄຊພັດທະນາ ຊັ້ນ I ໃຫ້ແກ່ ກອງທັບປົດປ່ອຍປະຊາຊົນ ຈີນ ທີ່ມີຜົນງານຄຸນງາມຄວາມດີປະກອບສ່ວນຊ່ວຍເຫລືອລ້າທາງດ້ານວັດຖຸ-ອຸປະກອນ ແລະພາຫະນະເຂົ້າໃນການກະກຽມແລະຈັດກອງປະຊຸມລັດ​ຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10 ທີ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບກຽດເປັນເຈົ້າພາບ ໄດ້ຮັບຜົນສຳເລັດເປັນຢ່າງດີ .ຜົນງານດັ່ງກ່າວເປັນການປະກອບສ່ວນທີ່ສຳຄັນໃນການເສີມຂະຫຍາຍພົວພັນມິດຕະພາບແລະການຮ່ວມມືຮອບດ້ານລະຫວ່າງ ລາວ-ຈີນ.
1  2  3  4  5  6  7  8  9  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ